ຂ່າວສານ

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ

ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນ ສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ...

ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນ ສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ...

   

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ 

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ ຢູ່ ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ແລະ ພິທີໄຂງານບຸນແທ່ງຕວຽນ ປີ 2022 ດ້ວຍຫົວຂໍ້ວ່າ: “ເພື່ອທຳນອງຂັບແທນ ຍືນຍົງຄົງຕົວຕະຫຼອດການ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ກັນຍາ, ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ນະຄອນ ຕວຽນກວາງ, ແຂວງ ຕວຽນກວາງ.

          ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເລື່ອງຢັ້ງຢືນ  “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ ຢູ່ ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸນັ້ນ ແມ່ນເຄື່ອງໝາຍແຫ່ງຊາດ ເຊິ່ງໂລກສະຫງວນໃຫ້ແກ່ ຫວຽດນາມ, ຜ່ານນັ້ນປະກອບສ່ວນແນະນຳກັບເພື່ອນມິດສາກົນກ່ຽວກັບບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດພູພຽງທາງພາກເໜືອ ຫວຽດນາມ, ປະກອບສ່ວນເຮັດໃຫ້ເຂດນີ້ຍິ່ງມີຄວາມດູດດື່ມຂຶ້ນຕື່ມ, ດຶງດູດແຂກທ່ອງທ່ຽວຫຼາຍກ່ວາ. ຍ້ອນເຫດນັ້ນ, ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນ ສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນເພື່ອຊຸກຍູ້ຄວາມສະໜິດຕິດພັນໃນສັງຄົມ, ສົ່ງເສີມສະຕິກ່ຽວກັບສີສັນ ແລະ ຄວາມຮັບຜິດຊອບຂອງປະຊາຊົນທ້ອງຖິ່ນໃນການແຜ່ຂະຫຍາຍ ແລະ ການດຳເນີນຊີວິດໃນຊຸມຊົນ.

ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງ ຕວຽນກວາງ, ຕອນເຊົ້າວັນທີ 4 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ ຢູ່ເຂດ ນ່າເນືອ, ບ້ານເຕີນເລິບ, ຕາແສງ ເຕີນຈ່າວ, ເມືອງ ເຊີນເຢືອງ, ເຊິ່ງເປັນສະຖານທີ່ ປະທານ ໂຮ່ຈີມິນ ອາໄສ, ເຮັດວຽກແຕ່ທ້າຍເດືອນ ພືດສະພາ ຮອດວັນທີ 22 ສິງຫາ 1945 ເພື່ອນຳພາການບຸກໂຈມຕີຄັ້ງໃຫຍ່ເດືອນ ສິງຫາ ຍາດຊີງເອົາອຳນາດການປົກຄອງໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)


top