ຂ່າວສານ

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມກັນເຄົາລົບທຸງຊາດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊີນທ່ານນາຍົກລັດຖະມົນຕີ Hun Manet ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Moha Bovor Thipadie Hun Manet ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11 – 12 ທັນວາ 2023 ຕາມພິທີສະຫງວນໃຫ້ຜູ້ນຳລັດຖະບານຕ່າງປະເທດມາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ Hun Manet  ໃນຖານະຕຳແໜ່ງໃໝ່, ເປັນການປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ.  

ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມກັນເຄົາລົບທຸງຊາດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊີນທ່ານນາຍົກລັດຖະມົນຕີ Hun Manet  ຍ່າງກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ນາຍົກລັດຖະມົນຕີ ສອງທ່ານໄດ້ແນະນຳບັນດາສະມາຊິກຄະນະຜູ້ແທນຂັ້ນສູງສອງປະເທດທີ່ເຂົ້າຮ່ວມພິທີ; ເປັນສັກຂີພິຍານພິທີສະແດງກຳລັງຂ່ຳນັບຮັບຕ້ອນຂອງກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ.  

ພາຍຫຼັງພິທີ, ຕ້ອນຮັບນາຍົກລັດຖະມົນຕີ ສອງທ່ານໄດ້ດຳເນີນການເຈລະຈາ. ກ່ອນການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ Hun Manet ໄດ້ພ້ອມກັນຢ້ຽມຊົມການວາງສະແດງຮູບພາບກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພົວພັນອັນດີງາມລະຫວ່າງ ຫວຽດນາມ - ກຳປູເຈຍ ໂດຍຫ້ອງວ່າການລັດຖະບານ ສົມທົບກັນສຳນັກຂ່າວສານ ຫວຽດນາມ ປະຕິບັດ.


top