ມີປະຊາຊົນກວ່າ 200 ລ້ານຄົນ ຢູ່ປະມານ ¾ ດິນແດນປະເທດ ອາເມລິກາ ພວມປະເຊີນໜ້າກັບພາຍຸລະດູໜາວທີ່ຮ້າຍແຮງແບບກະທັນຫັນ “ໂດຍມີລັກສະນະປະຫວັດສາດ” ເລີ່ມແຕ່ວັນທີ 23 ມັງກອນ (ຕາມເວລາທ້ອງຖິ່ນ) ພາໄປເຖິງເກີດຫິມະຕົກໜັກໃນວົງກວ້າງ.
(ພາບປະກອບ: REUTERS/Patrick Doyle)
ຕາມຕົວເລກຈາກເເວບໄຊຕິດຕາມຖ້ຽວບິນ FlightAware ແລ້ວ, ມີຫຼາຍກວ່າ 8.000 ຖ້ຽວ ຄາດວ່າຈະບິນໃນທ້າຍອາທິດນີ້ຖືກຍົກເລີກ. ອົງການພະຍາກອນອາກາດແຫ່ງຊາດ ອາເມລິກາ ຄາດຄະເນວ່າ, ນີ້ແມ່ນພາຍຸແຮງທີ່ສຸດ ແລະ ສົ່ງຜົນກະທົບໃນຂອບເຂດກວ້າງທີ່ສຸດນັບແຕ່ຕົ້ນລະດູໜາວ, ເຮັດໃຫ້ໄຟມອດໃນວົງກວ້າງ. ຢູ່ບັນດາລັດພາກກາງຕາເວັນຕົກ, ອຸນຫະພຸມຫຼຸດລົງລະດັບສະຖິຕິ ລົບ 40 ອົງສາ C ຫາ 41 ອົງສາ C. ສ່ວນໃຫຍ່ແມ່ນຢູ່ເຂດພາກໃຕ້ New England.
ອົງການຄຸ້ມຄອງສະພາວະສຸກເສີນ ສະຫະລັດ ໄດ້ກະກຽມອາຫານຈຳນວນ 7 ລ້ານພູດ, ຜ້າຫົ່ມ 600.000 ຜືນ ແລະ ຈັກປັ່ນໄຟຟ້າ 300 ເຄື່ອງ ເພື່ອຕອບສະໜອງໃຫ້ບັນດາເຂດຖືກປິດລ້ອມຢ່າງທັນການ.