ວິຖີຊີວິດ ຂອງ ຄົນ ຫວຽດ

ພາເຂົ້າ ກວານຮໍ້ - ວິຖີຊີວິດ ວັດທະນະທໍາ ຂອງ ຊາວ ກິງບັກ

ເມື່ອບຸນເຕັດ ແລະ ລະດູບານໃໝ່ມາເຖິງ, ຊາວ ກວານຮໍ້ ມັກຈະຊວນ ກັນ ໄປຂັບໃນງານບຸນ, ຫຼັງຈາກນັ້ນກໍ່ເຊີນກັນມາເຮືອນ ເພື່ອຮ່ວມ ຮັບປະທານອາຫານ ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມພິຖີ ພິຖັນ ຕາມຮີດຄອງປະເພນີ ດັ້ງເດີມ ຂອງຊາວ ກິງບັກ (ແຂວງ ບັກ ນິງ). ໃນຊີວິດ ຂອງ ຊາວ ກວານຮໍ້, ສຽງຂັບ ແລະ ພິທີກຳຕ່າງໆ ແມ່ນພາກສ່ວນຫຼັກ, ແຕ່ພາເຂົ້າ ທີ່ຈັດຂຶ້ນເພື່ອ ຕ້ອນຮັບບັນດາອ້າຍ ເອື້ອຍສິລະປິນ ກວານຮໍ້ ຈາກທາງໄກກໍ່ແມ່ນ ຈຸດເດັ່ນ ທາງດ້ານ ວັດທະນະທຳ ທີ່ພິເສດ, ສະແດງໃຫ້ເຫັນເຖິງ ຂະນົບທໍານຽມ ແລະ ມາລະຍາດ ທີສືບທອດກັນມາ ຜ່ານຫຼາຍເຊັ່ນຄົນ. 

ເມື່ອບຸນເຕັດ ແລະ ລະດູບານໃໝ່ມາເຖິງ, ຊາວ ກວານຮໍ້ ມັກຈະຊວນ ກັນ ໄປຂັບໃນງານບຸນ, ຫຼັງຈາກນັ້ນກໍ່ເຊີນກັນມາເຮືອນ ເພື່ອຮ່ວມ ຮັບປະທານອາຫານ ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມພິຖີ ພິຖັນ ຕາມຮີດຄອງປະເພນີ ດັ້ງເດີມ ຂອງຊາວ ກິງບັກ (ແຂວງ ບັກ ນິງ). ໃນຊີວິດ ຂອງ ຊາວ ກວານຮໍ້, ສຽງຂັບ ແລະ ພິທີກຳຕ່າງໆ ແມ່ນພາກສ່ວນຫຼັກ, ແຕ່ພາເຂົ້າ ທີ່ຈັດຂຶ້ນເພື່ອ ຕ້ອນຮັບບັນດາອ້າຍ ເອື້ອຍສິລະປິນ ກວານຮໍ້ ຈາກທາງໄກກໍ່ແມ່ນ ຈຸດເດັ່ນ ທາງດ້ານ ວັດທະນະທຳ ທີ່ພິເສດ, ສະແດງໃຫ້ເຫັນເຖິງ ຂະນົບທໍານຽມ ແລະ ມາລະຍາດ ທີສືບທອດກັນມາ ຜ່ານຫຼາຍເຊັ່ນຄົນ. 

ພາຍຫຼັງການຂັບຮ້ອງໃນຕົ້ນລະດູບານໃໝ່, ຊາວບ້ານ ຮວ່າຍຈຸງ ກໍ່ໄດ້ຕ້ອນຮັບ ໝູ່ເພື່ອນຜູ້ຂັບຮ້ອງ ມາຢ້ຽມຢາມເຮືອນ.

ຮວ່າຍຈຸງ (ຕາແສງ ລຽນບ໊າວ, ແຂວງ ບັກນິງ) ແມ່ນໜຶ່ງໃນ 49 ໝູ່ ບ້ານ ກວານຮໍ້ ທີ່ເກົ່າແກ່, ເຊິ່ງຫຼາຍຄອບຄົວຍັງຄົງຮັກສາ ວິຖີຊີວິດ ການຫຼິ້ນ ກວານຮໍ້ ມາຢ່າງຍາວນານ. ຕົວຢ່າງຄອບຄົວ ຕະກຸນ ເຢືອງ ໄດ້ຜູກພັນກັບມໍລະດົກນີ້ ມາເຖິງ 6 ເຊັ່ນຄົນ ແລ້ວ. ຜົວເມຍ ສິລະປິນ ເຢືອງວັນກວຽນ ແລະ ຫງວຽນທິຮາບ ເຄີຍເປັນຕົວແທນໃຫ້ ແກ່ຮີດ ຄອງປະເພນີ ກວານຮໍ້ ດັ້ງເດີມ ຂອງ ໝູ່ບ້ານ. ສືບທອດຕໍ່ຈາກ ຄອບ ຄົວ, ທ່ານ ເຢືອງດຶກຖັ໋ງ-ຮອງຫົວໜ້າສະໂມສອນ ກວານຮໍ້ ຮ່ວາຍ ຈຸງ, ປັດຈຸບັນແມ່ນ ຜູ້ທີ່ມີການ ປະກອບສ່ວນສຳຄັນຫຼາຍຢ່າງ ເຂົ້າໃນ ການຟື້ນຟູ ຮູບແບບ ການສະແດງ ແລະ ແນະນຳມໍລະດົກ ກວານຮໍ້ ໃຫ້ເຂົ້າເຖິງສາທາລະນະຊົນ. 

ຄອບຄົວຕະກຸນ ເຢືອງ ຢູ່ບ້ານ ຮວ່າຍຈຸງ ຍັງຄົງຮັກສາ ຮີດຄອງ ການເຮັດພາເຂົ້າກວານຮໍ້ ມາຫຼາຍເຊັ່ນຄົນ. 
 

ທ່ານ ຖັ໋ງ ໃຫ້ຮູ້ວ່າ ການກະກຽມພາເຂົ້າ ຕາມແບບສະບັບ ກວານຮໍ້ ບູຮານນັ້ນ ບໍ່ແມ່ນເລື່ອງທີ່ເຮັດໄດ້ພຽງມື້ໜຶ່ງ ຫຼື ສອງມື້. ຕາມຄຳ ບອກເລົ່າ ຂອງ ຜູ້ເຖົ້າຜູ້ແກ່, ແມ່ນແຕ່ໄກ່ ທີ່ຈະນຳມາ ລ້ຽງແຂກ ກໍ່ ຕ້ອງໄດ້ຮັບການລ້ຽງ ຕາມຂັ້ນຕອນທີ່ເຄັ່ງຄັດ ຕະຫຼອດ 3 ປີ. ໄກ່ຈະ ຖືກລ້ຽງ, ຕອນ, ແລ້ວຂັງໄວ້ໃນກົງເພື່ອໃຫ້ ຕຸ້ຍພີ, ລໍຖ້າ ຈົນເຖິງງານ ບຸນ ລີມ ຈຶ່ງນຳມາ ລ້ຽງແຂກ. ອ້າຍເອື້ອຍ ສິລະປິນ ແຕ່ລະຄົນ ຕ້ອງ ໄດ້ລ້ຽງ ໄກ່ ດ້ວຍຕົນເອງ ເພື່ອເຮັດພາເຂົ້າ ລ້ຽງແຂກ, ສິ່ງນີ້ສະແດງ ເຖິງຄວາມຈິງໃຈ, ຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ ໃນ ປະເພນີ ກວານຮໍ້. 

 

ພາເຂົ້າ ກວານຮໍ້ ສາມາດຈັດວາງເປັນໜຶ່ງຊັ້ນ ຫຼື ສາມຊັ້ນ ຂຶ້ນກັບ ເງື່ອນໄຂ ຂອງ ແຕ່ລະຄອບຄົວ. ເຖິງຢ່າງໃດກໍ່ຕາມ, ອາຫານຈາກ ຫຼັກ 4 ເຍື່ອງທີ່ຕ້ອງມີຄື: ຊີ້ນໄກ່, ຢໍ່-ຈ໊າ, ນົກກາງແກຕຸນ, ລີ້ນໝູຕົ້ມ. ນອກຈາກນັ້ນ, ເຈົ້າຂອງເຮືອນຍັງສາມາດກຽມອາຫານເສີມ ອື່ນໆ ເຊັ່ນ: ໝາກໄຂ່ຫຼັງຂົ້ວ, ປາ ຫຼື ຂົ້ວຊີ້ນ, ຂຶ້ນກັບ ລະດູການ ແລະ ເງື່ອນໄຂ. ສະເພາະເຍື່ອງອາຫານປາ ຈະຖືກນໍາ ມາຟັກຈົນ ລະອຽດ ເພື່ອເຮັດເປັນລູກຊີ້ນປາ ຊຶ່ງສ້າງລົດຊາດທ່ີເປັນເອກະລັກ, ໃນຂະນະ ດຽວກັນ ກໍ່ເປັນການ “ເຊື່ອງ” ສ່ວນປະກອບ ທ່ີ ແນບນຽນ ໃນກໍລະນີ ທ່ີເຈົ້າພາບ ບໍ່ສາມາດ ກະກຽມ ປາຊະນິດ ທ່ີມີລາຄາແພງ, ເຊິ່ງ ເປັນການສະແດງອອກຢ່າງແນບນຽນ ຂອງຊາວ ກວານຮໍ້. 

ພາເຂົ້າ ກວານຮໍ້ ຕາມແບບສະບັບດັ້ງເດີມ ຂອງ ຊາວບ້ານ ຮວ່າຍ ຈຸງ (ຕາແສງ ລຽນບ໊າວ, ແຂວງ ບັກນິງ) ໄດ້ຮັບການກຽມພ້ອມ ໃນໂອ ກາດງານບຸນລະດູບານໃໝ່. 
 

 

ຕາມຮີດເກົ່າຄອງເດີມ, “ຈານເກືອ ຈະຖືກວາງຢູ່ຫົວໂຕະ, ທ້າຍ ໂຕະ ຕ້ອງມີຜັກດອງ”, ດັ່ງນັ້ນອາຫານສອງຢ່າງນີ້ ຈຶ່ງຂາດບໍ່ໄດ້. ມີຄັ້ງໜຶ່ງ, ສິລະປິນ ເຢືອງວັນກວຽນ ເຄີຍເຮັດພາເຂົ້າ ທີ່ມີອາຫານເຖິງ 19 ເຍື່ອງ-ເຊິ່ງເປັນການຢັ້ງຢືນເຖິງ ຄວາມພິຖີພິຖັນ ແລະ ຄວາມເຄົາ ລົບນັບຖື ຕໍ່ໝູ່ເພື່ອຮ້ອງເພງ ຂອງຊາວ ຮ່ວາຍຈຸງ. 

 

ພາເຂົ້າ ກວານຮໍ້ ຕາມແບບສະບັບດັ້ງເດີມ ຂອງ ຊາວບ້ານ ຮວ່າຍ ຈຸງ (ຕາແສງ ລຽນບ໊າວ, ແຂວງ ບັກນິງ) ໄດ້ຮັບການກຽມພ້ອມ ໃນໂອ ກາດງານບຸນລະດູບານໃໝ່. 
 

ບໍ່ພຽງແຕ່ເອົາໃຈໃສ່ໃນຄາບເຂົ້າຫຼັກເທົ່ານັ້ນ, ຊາວ ກວານຮໍ້ ຍັງມີ “ງານລ້ຽງສຳຮອງ” ຫຼື “ງານລ້ຽງນ້ຳ” ທີ່ຈັດຂຶ້ນໃນຕອນທ່ຽງຄືນ. ນີ້ ແມ່ນງານລ້ຽງນ້ຳຊາ ແລະ ເຂົ້າໜົມ ເພື່ອເພີ່ມພະລັງ ໃຫ້ແກ່ ການ ຮ້ອງເພງ ທີ່ດຳເນີນໄປຢ່າງຍາວນານ. ແຕ່ລະໝູ່ບ້ານ ກວານຮໍ້ ຈະ ມີວິທີການກຽມ ທີ່ແຕກຕ່າງກັນ, ແຕ່ລ້ວນຮັກສາຈິດໃຈ ນໍາເອົາ ອາຫານ ທີ່ແຊບທີ່ສຸດ ແລະ ເປັນເອກະລັກທີ່ສຸດ ຂອງທ້ອງຖິ່ນ ມາລ້ຽງແຂກ. 

ບໍ່ວ່າຈະແມ່ນໃນງານລ້ຽງ ຢ່າງເປັນທາງການ ຫຼື ງານສ້າງສັນ ທ່ີບໍ່ ເປັນທາງການ, ມາລະຍາດທ່ີດີ ທາງວັດທະນະທຳ ຍາມໃດກໍຖືສຳ ຄັນແຖວໜ້າ. ເຈົ້າພາບ ກວານຮໍ້ ຕ້ອງຢືນຢູ່ 4 ແຈໂຕະ, ຜູ້ໜຶ່ງ ລິນ ເຫຼົ້າ, ຜູ້ໜຶ່ງຄີບອາຫານໃຫ້ແຂກ, ທຸກໆ ຄຳເຊື້ອເຊີນລ້ວນແຕ່ ມີ ຄວາມອ່ອນໂຍນ ແລະ ຖະໜອມຖ່ອມຕົວ, ສະແດງໃຫ້ເຫັນ ເຖິງຈິດ ວິນຍານ ຂອງ “ການເຄົາລົບ, ໃຫ້ກຽດແຂກ ແລະ ໃຫ້ຄຸນຄ່າແກ່ ຄວາມສໍາພັນທ່ີມີຄຸນຄ່າ”. 

ວັດທະນະທຳ ກວານຮໍ້ ສືບຕໍ່ໄດ້ຮັບການອະນຸລັກຮັກສາ ແລະ ເຜີຍແຜ່ ໂດຍຊຸມຊົນບ້ານ ຮວ່າຍຈຸງ.

ທ່ານ ເຢືອງດຶກຖັ໋ງ ຢືນຢັນວ່າ “ວິຖີຊີວິດ ກວານຮໍ້ ຂອງ ຜູ້ເຖົ້າຜູ້ແກ່ ນັ້ນແມ່ນມີຄວາມພິຖີພິຖັນ ແລະ ມີກົດລະບຽບຫຼາຍຢ່າງ, ແຕ່ນັ້ນ ກໍ່ແມ່ນຄຸນຄ່າທາງດ້ານ ວັດທະນະທຳ ທີ່ພິເສດ ເຊິ່ງຕ້ອງໄດ້ຮັບການ ອະນຸລັກຮັກສາ”. ທ່ານຍັງໃຫ້ຮູ້ຕື່ມວ່າ ຊຸມຊົນຜູ້ຂັບກວານຮໍ້ ຮວ່າຍ ຈຸງ ກຳລັງພະຍາຍາມຮັກສາຄວາມສວຍງາມເຫຼົ່ານີ້ ເພື່ອໃຫ້ ວັດທະ ນະທຳ ອາຫານການກິນ ກວານຮໍ້ ໄດ້ຮັບການເຜີຍແຜ່ ຕໍ່ໆ ໄປ. 

ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

 


top