ຂ່າວສານ

ພາສີອາກອນໃໝ່ຂອງ ທ່ານ Trump ປະເຊີນໜ້າກັບສິ່ງທ້າທາຍດ້ານນິຕິກຳຢູ່ສານການຄ້າສາກົນ

ເລື່ອງຈັດວາງມາດຕາດັ່ງກ່າວໃຫ້ແກ່ບັນຫາຂາດດຸນການຄ້າແມ່ນບໍ່ເໝາະສົມກັບຈຸດປະສົງໃນເບື້ອງຕົ້ນ. ສະນັ້ນ, ສານການຄ້າສາກົນ ອາເມລິກາ ຈະຮັບຟັງການອ້າງອີງເຫດຜົນຂອງບັນດາຝ່າຍເພື່ອຍົກອອກຄຳຕັດສິນວ່າ ອັດຕາພາສີ 10% ໃນປະຈຸບັນແມ່ນຖືກຕາມກົດໝາຍຫຼືບໍ່.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Donald Trump (ພາບ​ປະ​ກອບ: REUTERS/Carlos Barria)  

ວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ)ຄາດວ່າ ສານການຄ້າສາກົນ ອາເມລິກາ ປະຈຳ ນິວຢອກ ຈະຮັບຟັງບັນດາການອ້າງເຫດຜົນທີ່ກ່ຽວຂ້ອງເຖິງອັດຕາສີຊົ່ວຄາວ 10% ເຊິ່ງອຳນາດການປົກຄອງຂອງ​ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຈັດວາງຫວ່າງມໍ່ໆມານີ້.

ເດືອນ ເມສາ 2025, ທ່ານປະທານາທິບໍດີ Donald Trump ໄດ້ຄັດອ້າງອີງກົດໝາຍວ່າດ້ວຍສິດອຳນາດເສດຖະກິດສຸກເສີນລະຫວ່າງປະເທດ (IEEPA) ເພື່ອຖະແຫຼງການຂາດດຸນການຄ້າທີ່ແກ່ຍາວແມ່ນສະພາບການສຸກເສີນລະດັບຊາດຈາກນັ້ນ ກໍ່ຈັດວາງອັດຕາພາສີຕໍ່ຄ້ານຳເຂົ້າທົ່ວໂລກ. ເຖິງຢ່າງໃດກໍ່ຕາມໃນເດືອນ ກຸມພາ ຜ່ານມາສານສູງສຸດ ອາເມລິກາ ຖືວ່າ ກົດໝາຍນີ້ບໍ່ອະນຸຍາດໃຫ້ນຳໃຊ້ພາສີອາກອນຄືດັ່ງເຄື່ອງມືເພື່ອຮັບມືກັບສະພາບການສຸກເສີນບັງຄັບໃຫ້ອຳນາດການປົກຄອງຕ້ອງຊອກຫາມາດຕະການປ່ຽນແທນ. ຫຼັງຈາກນັ້ນທຳນຽບຂາວ ກໍ່ຫັນໄປຈັດວາງມາດຕາ 122 ຂອງກົດໝາຍວ່ດ້ວຍການຄ້າປີ 1974, ອະນຸຍາດໃຫ້ປະທານາທິບໍດີ ຈັດວາງພາສີທົ່ວໂລກສູງສຸດແມ່ນ 15% ພາຍໃນເວລາ 150 ວັນ ໂດຍບໍ່ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ. ເຖິງຢ່າງໃດກໍ່ຕາມລັກສະນະຖືກຕ້ອງຕາມກົດໝາຍເມື່ອໃຊ້ການຈັດວາງມາດຕາ 122 ກໍ່ພວຖືກຕັ້ງເປັນຄຳຖາມ.

ບັນດານັກຊ່ຽວຊານຖືວ່າ ເລື່ອງຈັດວາງມາຕາດັ່ງກ່າວໃຫ້ແກ່ບັນຫາຂາດດຸນການຄ້າແມ່ນບໍ່ເໝາະສົມກັບຈຸດປະສົງໃນເບື້ອງຕົ້ນ. ສະນັ້ນສານການຄ້າສາກົນ ອາເມລິກາ ຈະຮັບຟັງການອ້າງອີງເຫຜົນຂອງບັນດາຝ່າຍເພື່ອຍົກອອກຄຳຕັດສິນວ່າ ອັດຕາພາສີ 10% ໃນປະຈຸບັນແມ່ນຖືກຕາມກົດໝາຍຫຼືບໍ່.


top