ສາລະຄະດີ

ພາລະກິດ 500 ວັນ ແລະ ຄືນ ຕ້ອນຮັບພວກທ່ານກັບຄືນມາ

“ບັ້ນຮົບ 500 ວັນ ແລະ ຄືນ ຊຸກຍູ້ຈັດຕັ້ງປະຕິບັດ ການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ກຳນົດຕົວຕົນອັດຖິ ຂອງ ນັກຮົບ ທ່ີເສຍ ສະຫຼະຊີວິດເພື່ອຊາດ” ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ ວັນເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 - 27 ກໍລະກົດ 2027) ສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ຂອງ ຫວຽດນາມ ຕໍ່ກັບ ບັນດາ ຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດຂອງຊາດ, ທັງນຳມາ ຊຶ່ງ ຄວາມຫວັງ ໃຫ້ແກ່ບັນດາຄອບຄົວ ທີ່ຈະໄດ້ເຕົ້າໂຮມ ກັບ ຍາດຕິພີ່ນ້ອງ ຫຼັງຈາກການລໍຄອຍ ມາເປັນເວລາຫຼາຍປີ.

“ບັ້ນຮົບ 500 ວັນ ແລະ ຄືນ ຊຸກຍູ້ຈັດຕັ້ງປະຕິບັດ ການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ກຳນົດຕົວຕົນອັດຖິ ຂອງ ນັກຮົບ ທ່ີເສຍ ສະຫຼະຊີວິດເພື່ອຊາດ” ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ ວັນເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 - 27 ກໍລະກົດ 2027) ສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ຂອງ ຫວຽດນາມ ຕໍ່ກັບ ບັນດາ ຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດຂອງຊາດ, ທັງນຳມາ ຊຶ່ງ ຄວາມຫວັງ ໃຫ້ແກ່ບັນດາຄອບຄົວ ທີ່ຈະໄດ້ເຕົ້າໂຮມ ກັບ ຍາດຕິພີ່ນ້ອງ ຫຼັງຈາກການລໍຄອຍ ມາເປັນເວລາຫຼາຍປີ.

ເຊົ້າວັນທີ 15 ມິຖຸນາ 2026, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊີ້ນຳ ການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ກຳນົດຕົວຕົນ ອັດຖິ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ນະຄອນ ໄດ້ຜັນຂະຫຍາຍວຽກງານການສຳຫຼວດ, ຊອກຄົ້ນ ເພື່ອຊອກຫາ ບັນດາຮ່ອງຂຸມຝັງສົບລວມໝູ່ ຂອງນັກຮົບ ເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະວັດທະນະທຳ ເລທິຣຽງ. ພາບ: ຊວນຄູ/VNA
 

ສົງຄາມ ໄດ້ຜ່ານພົ້ນໄປໄກແລ້ວ ແຕ່ຄວາມເຈັບປວດ ແມ່ນຍັງຄົງຢູ່. ລູກຫຼານຜູ້ດີເດັ່ນຂອງຊາດ ເກືອບ 1,2 ລ້ານຄົນ ໄດ້ສະຫຼະຊີວິດ ໃນການຕໍ່ສູ້ ເພື່ອຍາດເອົາເອກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ. ປັດຈຸບັນ, ຍັງມີ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ປະມານ 175.000 ທ່ານ ທີ່ຍັງບໍ່ທັນ ຄົ້ນພົບອັດຖິ; ອັດຖິຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ ປະມານ 300.000 ທ່ານ ທີ່ໄດ້ຄົ້ນພົບ ແລະ ຂຸດຄົ້ນ ທ້ອນໂຮມແລ້ວ ແຕ່ຍັງບໍ່ທັນສາມາດ ກຳນົດຕົວຕົນໄດ້. ເວລາ ຍິ່ງຜ່ານໄປ, ຄວາມຫຍຸ້ງຍາກ ຂອງວຽກງານການຊອກຫາ, ຂຸດຄົ້ນທ້ອນໂຮມອັດຖິ ຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຍິ່ງເພີ່ມທະວີຄູນ.

ກອງບັນຊາການທະຫານແຂວງ ຕວຽນກວາງ ຊອກຫາ, ຂຸດຄົ້ນ ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ A5 (ບ້ານ ຢາງນາມ) ພ້ອມກັບວັດຖຸ ທີ່ກ່ຽວຂ້ອງຫຼາຍຢ່າງ. ພາບ: ຮວ່າງຮ໋ຽວ/VNA
ກອງບັນຊາການທະຫານແຂວງ ຕວຽນກວາງ ຊອກຫາ, ຂຸດຄົ້ນ ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຈຸດສູງ 685 (ບ້ານ ນ້ຳງັດ). ພາບ: ຮວ່າງຮ໋ຽວ/VNA

ທ່າມກາງສະພາບການອັນຮີບດ່ວນນີ້, ບັ້ນຮົບ 500 ວັນ ແລະ ຄືນ ໃນການຊອກຫາ, ຂຸດຄົ້ນທ້ອນໂຮມ ແລະ ຢັ້ງຢືນຕົວຕົນ ອັດຖິ ນັກຮົບທ່ີເສຍສະຫຼະຊີວິດ ເພື່ອຊາດ (ຕັ້ງແຕ່ວັນທີ 15 ມີນາ 2026 ຫາ ວັນທີ 27 ກໍລະກົດ 2027) ໄດ້ຮັບການປຸກລະດົມ ຢ່າງຂະໜາດໃຫຍ່ ແບບບໍ່ເຄີຍມີມາກ່ອນ ພ້ອມກັບຫຼາຍໜ່ວຍ ຂຸດຄົ້ນທ້ອນໂຮມ ຢູ່ພາຍໃນປະເທດ ແລະ ຢູ່ສອງປະເທດ ເພື່ອນບ້ານ ລາວ ແລະ ກຳປູເຈຍ.  

ພາຍຫຼັງການຜັນຂະຫຍາຍ ບັ້ນການເຄື່ອນໄຫວ 500 ວັນ ແລະ ຄືນ ເປັນເວລາສີ່ເດືອນກວ່າ, ກຳລັງການຈັດຕັ້ງປະຕິບັດ ໄດ້ຊອກຫາ, ຂຸດຄົ້ນທ້ອນໂຮມອັດຖິ ຂອງ ນັກຮົບເສຍ ສະຫຼະຊີວິດເພື່ອຊາດ ໄດ້ເກືອບ 1.400 ອັດຖິ, ໃນນັ້ນມີ ຫຼາຍຮ້ອຍ  ອັດຖິ ໄດ້ຄົ້ນພົບຢູ່ປະເທດລາວ, ກຳປູເຈຍ. ພິເສດ, ການຄົ້ນພົບຂຸມຝັງສົບ ລວມໝູ່ ຂອງ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນ ໂຮ່ຈີມິນ) ດ້ວຍ 69 ອັດຖິ ພ້ອມກັບວັດຖຸ ຫຼາຍຢ່າງ, ພວມສືບຕໍ່ໄດ້ຮັບການ ກວດກາຢັ້ງຢືນ ແລະ ສັນນະສູດ ເພື່ອກຳນົດຕົວຕົນ.

 

ເຊົ້າວັນທີ 6 ກໍລະກົດ 2026, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ຂຸດຄົ້ນທ້ອນໂຮມ ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ, ຕາແສງ ຮ່ວາຮຶງ, ນະຄອນ ໂຮ່ຈີມິນ. ພາບ: ເຢືອງຢາງ/VNA
 

ຄຽງຄູ່ກັບວຽກງານການຊອກຫາ, ການເກັບຕົວຢ່າງ ADN ເພື່ອ ຮັບໃຊ້ໃຫ້ແກ່ການກຳນົດຕົວຕົນ ຂອງ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ແມ່ນສືບຕໍ່ໄດ້ຮັບການຊຸກຍູ້. ມາຮອດປັດຈຸບັນ, ບັນດາ ໜ່ວຍງານໄດ້ເກັບຕົວຢ່າງອັດຖິ ຕໍ່ກັບຂຸມຝັງສົບ ນັກຮົບ ເສຍສະຫຼະຊີວິດ ເພື່ອຊາດ 52.717 ຂຸມ, ໃນນັ້ນມີ 37.513 ຂຸມ ທີ່ຄົບເງື່ອນໄຂ ໃນການເກັບຕົວຢ່າງ, ບັນລຸ 71,16%, ຍັງເຫຼືອ 15.204 ຂຸມ ບໍ່ຄົບເງື່ອນໄຂ. ສຳລັບຍາດຕິພີ່ນ້ອງ ຂອງນັກຮົບ ເສຍສະຫຼະຊີວິດເພື່ອຊາດ, ໄດ້ເກັບຕົວຢ່າງຊີວະພາບ 93.464 ຕົວຢ່າງ, ໃນນັ້ນມີ 53.036 ຕົວຢ່າງ ໄດ້ຮັບການວິເຄາະ ແລະ ເຊື່ອມຕໍ່ເຂົ້າໃນຖານຂໍ້ມູນ ADN ແລ້ວ.

ພິທີໄວ້ອາໄລ ອັດຖິຂອງນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ 159 ທ່ານ ຢູ່ແຂວງ ໄຕນິງ. ພາບ: ມິງຝູ/VNA
ເຊົ້າວັນທີ 6 ກໍລະກົດ 2026, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ຂຸດຄົ້ນທ້ອນໂຮມ ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ, ຕາແສງ ຮ່ວາຮຶງ, ນະຄອນ ໂຮ່ຈີມິນ. ພາບ: ເຢືອງຢາງ/VNA
ແຂວງ ກວາງຈິ ສົມທົບກັບແຂວງ ສະຫວັນນະເຂດ ແລະ ຄຳມ່ວນ (ລາວ) ຈັດພິທີມອບ - ຮັບ ອັດຖິຂອງນັກຮົບ ທ່ີເສຍສະຫຼະຊີວິດ ເພື່ອຊາດ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ 28 ທ່ານ ທີ່ເສຍຊີວິດຢູ່ ລາວ ກັບຄືນປະເທດ. ພາບ: VNA
 

ບັນດາທ້ອງຖິ່ນ ໄດ້ສົ່ງມອບ 15.729 ຕົວຢ່າງອັດຖິ ເພື່ອຄຸ້ມຄອງ ເກັບຮັກສາ. ໃນນັ້ນ, ສະຖາບັນນິຕິເວດ ກອງທັບ ໄດ້ຮັບເອົາ 9.087 ຕົວຢ່າງອັດຖິ ຂອງ 15/17 ແຂວງ, ນະຄອນ ແລະ ຈັດຕັ້ງການສັນນະສູດ 124 ຕົວຢ່າງ.

ເຊົ້າວັນທີ 14 ມິຖຸນາ 2026, ຢູ່ສວນສາທາລະນະວັດທະນະທຳ ເລທິຣຽງ, ຕາແສງ ຮ່ວາຮຶງ, ນະຄອນ ໂຮ່ຈີມິນ, ສະມາຄົມ ພຸດທະ ສາສະໜາສຳພັນ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງມະຫາພິທີໄວ້ອາໄລ - ສູດໃຫ້ແກ່ດວງວິນຍານ ຂອງ ບັນດາວິລະຊົນ, ນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນ ຜູ້ຮັກຊາດ ທີ່ໄດ້ເສຍສະຫຼະຊີວິດໃນບັ້ນຮົບ ລະດູບານໃໝ່ 1968, ເຊິ່ງໄດ້ຮັບການຝັງຢູ່ປ່າຊ້າ ໂດແທ່ງ ໃນເມື່ອກ່ອນ. ພາບ: ຊວນຄູ/VNA
ຕອນຄໍ່າວັນທີ 21 ທັນວາ 2025, ຢູ່ອະນຸສາວະວີ ນັກຮົບເສຍສະ ຫຼະຊີວິດເພື່ອຊາດ ເນີນ 82 (ຕາແສງ ເຕິນບຽນ, ແຂວງ ໄຕນິງ), ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນ ພາຍໃນແຂວງ ໄດ້ຈັດພິທີໄວ້ອາໄລ ອັດຖິຂອງນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ 159 ທ່ານ. ພາບ: ມິງຝູ໋/VNA
ພິທີໄວ້ອາໄລ ບັນດາວິລະຊົນ, ນັກຮົບ ທ່ີເສຍສະຫຼະຊີວິດ ເພື່ອຊາດ ຢູ່ສວນວັດທະນະທຳ ເລທິຣຽງ, ຕາແສງ ຮ່ວາຮຶງ, ນະຄອນ ໂຮ່ຈີມິນ. ພາບ: ຊວນຄູ/VNA
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເສຍອົງຄະ ແລະ ນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ (27 ກໍລະກົດ 1947 – 27 ກໍລະກົດ 2026), ອະດີດນັກຮົບເກົ່າຫຼາຍທ່ານ ຈາກທ້ອງຖິ່ນ ຕ່າງໆ ໃນທົ່ວປະເທດ ໄດ້ກັບຄືນສູ່ອະນຸສາວະລີນັກຮົບ ທ່ີເສຍສະ ຫຼະຊີວິດເພື່ອຊາດ ລະດັບຊາດ ວິຊວຽນ (ແຂວງ ຮ່າຢາງ) ເພື່ອຈຸດທູບ ແລະ ວາງຊໍ່ດອກໄມ້ ອາໄລຫາ ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດ ເພື່ອຊາດ. ພາບ: ມິງເຕິມ/VNA

 

ບັ້ນຮົບ 500 ວັນ ແລະ ຄືນ ແມ່ນການສະແດງອອກ ອັນມີ ຊີວິດຊີວາທີ່ສຸດ ຂອງຄະຕິທຳ “ກິນເຂົ້າ ຄິດເຖິງຄຸນນາ, ກິນປາຄິດເຖິງຄຸນນ້ຳ” ແລະ ໄດ້ເຂົ້າເຖິງສ່ວນເລິກແຫ່ງອາລົມຈິດ ຂອງປະຊາຊົນ ຫວຽດນາມ ຢ່າງແທ້ຈິງ. ເພາະ ວ່າ ອັດຖິແຕ່ລະຊຸດ ທີ່ໄດ້ຕ້ອນຮັບກັບຄືນມາ, ແຕ່ລະຊື່ ທີ່ໄດ້  ຈາລຶກໄວ້ ຢູ່ເທິງແຜ່ນຫີນ ແມ່ນຄອບຄົວໜຶ່ງ ໄດ້ຫຼຸດຜ່ອນ ຄວາມເຈັບປວດ ແຫ່ງການຄອຍຖ້າມາຢ່າງດົນນານ ແລະ ບາດແຜສົງຄາມບາດແຜໜຶ່ງ ໄດ້ຮັບການປອບໂຍນ.

ບົດ: ແທງຮ່ວາ - ພາບ: VNP, VNA


top