ຢູ່ ກວາງງ້າຍ, ມີກຳປັ່ນຫາປາກວ່າ 6.000 ລຳໄດ້ຈອດຢູ່ບັນດາທ່າກຳປັ່ນ. ບັນດາກຳລັງ, ພາຫະນະກູ້ໄພກູ້ຊີບຂອງທ້ອງຖິ່ນມີຄວາມພ້ອມເມື່ອມີຄຳຮຽກຮ້ອງ.
ຕາມສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ວັນທີ 05 ພະຈິກ, ພາຍຸ Kalmaegi, ພາຍຸລູກທີ 13 ຢູ່ທະເລຕາເວັນອອກໃນປີ 2025, ໄດ້ພັດເຂົ້າເຂດທະເລທາງທິດຕາເວັນອອກ ເຂດກາງທະເລຕາເວັນອອກ ແລະ ສືບຕໍ່ເພີ່ມຄວາມແຮງ, ກໍ່ໃຫ້ເກີດອາກາດອັນຕະລາຍຢູ່ທະເລ ແລະ ເຂດດິນຕໍ່ແຜ່ນ.
ຢູ່ ກວາງງ້າຍ, ມີກຳປັ່ນຫາປາກວ່າ 6.000 ລຳໄດ້ຈອດຢູ່ບັນດາທ່າກຳປັ່ນ. ບັນດາກຳລັງ, ພາຫະນະກູ້ໄພກູ້ຊີບຂອງທ້ອງຖິ່ນມີຄວາມພ້ອມເມື່ອມີຄຳຮຽກຮ້ອງ. ຢູ່ແຂວງ ຢາລາຍ, ກະຊວງປ້ອງກັນຊາຍແດນແຂວງ ພ້ອມກັບຂະແໜງການທີ່ມີໜ້າທີ່ທ້ອງຖິ່ນ ໄດ້ຮຽກຮ້ອງກຳປັ່ນ 5.195 ລຳເຂົ້າທຽບທ່າໂດຍປອດໄພ. ກຳປັ່ນຫາປາກວ່າ 300 ລຳ ດ້ວຍຊາວປະມົງກວ່າ 3.000 ຄົນຢູ່ບັນດາແຂວງທິດໃຕ້ພາກກາງທີ່ຂຸດຄົ້ນຢູ່ເຂດທະເລ ເຈື່ອງຊາ ກໍ່ໄດ້ຮັບການແນະນຳຫຼີກລ່ຽງພາຍຸຢູ່ບັນດາເກາະ, ຄື: ເກາະ ຊອງຕືໄຕ, ຊິງໂຕນ, ເຈື່ອງຊາ, ດາໄຕ (ໝູ່ເກາ ເຈື່ອງຊາ, ແຂວງ ແຄງຮ່ວາ). ພ້ອມກັນນັ້ນ, ພະນັກງານ, ນັກຮົບ ແລະ ບັນດາກຳລັງຢູ່ເກາະແຫ່ງຕ່າງໆກໍ່ຍົກຍ້າຍປະຊາຊົນ ແລະ ຊັບສົມບັດໄປຍັງເຂດປອດໄພ.