ຂ່າວສານ

ພັນ​ລະ​ຍາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແລະ ພັນ​ລະ​ຍາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ສະ​ພາ​ແຫ່ງ​ຊາດ

ຫ​ໍ​ພິ​ພິ​ທະ​ພັນ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມີ​ເນື້ອ​ທີ່​ວາງ​ສະ​ແດງກວ່າ 800 ຕາ​ແມັດ, ແນະ​ນຳ​ພາບ​ຖ່າຍ, ເອ​ກະ​ສານເກືອບ 1000 ຢ່າງ ແລະ ວັດ​ຖຸ​ພັນ​ພົ້ນ​ເດັ່ນ 250 ຢ່າງ​ຄື: ຊຸດ​ສະ​ສົມ​ກົດ​ບັດ, ຫຼຽນ​ກາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ຕ່າງໆ, ກາຈ້ຳ​​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ...
ທ່ານ​ນາງ ຫງວຽນ​ທິ​ແທັງ​ງາ ແລ​ະ ​ທ່ານ​ນາງ ວັນ​ດາ​ລາ ສີ​ພັນ​ດອນ ​ເຂົ້າ​ຢ້ຽມ​ຊົມ ຫໍ​ພິ​ພິ​ທະ​ພັນ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ (ພາບ: VNA)
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ (ແຕ່​ວັນ​ທີ 2 – 5 ພະ​ຈິກ), ຕອນ​ເຊົ້າ​ວັນ​ທີ 3 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ຫງວຽນ​ທິ​ແທັງ​ງາ ພັນ​ລະ​ຍາ ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລ​ະ​ທ່ານ​ນາງ ວັນ​ດາ​ລາ ສີ​ພັນ​ດອນ ພັນ​ລະ​ຍາ ທ່ານ​ສອນ​ໄຊ ສີ​ພັນ​ດອນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄດ້​ເຂົ້າ​ຢ້ຽມ​ຊົມ ຫໍ​ພິ​ພິ​ທະ​ພັນ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ຫ​ໍ​ພິ​ພິ​ທະ​ພັນ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມີ​ເນື້ອ​ທີ່​ວາງ​ສະ​ແດງກວ່າ 800 ຕາ​ແມັດ, ແນະ​ນຳ​ພາບ​ຖ່າຍ, ເອ​ກະ​ສານເກືອບ 1000 ຢ່າງ ແລະ ວັດ​ຖຸ​ພັນ​ພົ້ນ​ເດັ່ນ 250 ຢ່າງ​ຄື: ຊຸດ​ສະ​ສົມ​ກົດ​ບັດ, ຫຼຽນ​ກາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ຕ່າງໆ, ກາຈ້ຳ​​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ທຸງ​ແດງ​ດາວ​ຄຳ​ຢູ່ກອງ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ​ທ​ົ່ວ​ປະ​ເທດ ເຕິນ​ຈ່າວ​ເມື່ອ​ປີ 1945, ຕູ້​ປ່ອນບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ I ປີ 1946….

top