ຂ່າວສານ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ເດີນ​ເຮືອ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ທະ​ເລ​ທີ່​ເຂັ້ມ​ແຂງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ກາ​ນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ເດີນ​ເຮືອ​ແຫ່ງ​ຊາດ ແມ​່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ສັງ​ລວມ​​ກ​ໍ່​ສ້າງ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ທະ​ເລ​ເຂັ້ມ​ແຂງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ເດີນ​ເຮືອ​ແຫ່​ງ​ຊາດ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 14 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ເດີນ​ເຮືອ​ແຫ່​ງ​ຊາດ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ກາ​ນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ເດີນ​ເຮືອ​ແຫ່ງ​ຊາດ ແມ​່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ສັງ​ລວມ​​ກ​ໍ່​ສ້າງ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ທະ​ເລ​ເຂັ້ມ​ແຂງ. ຈາກ​ນັ້ນ. ສ້າງ​ຄວາມ​ສາ​ມາດ​ແຫ່ງ​ຊາດ​ໃນ​ທະ​ເລ ແລະ ເສັ້ນ​ທາງ​ນ້ຳ, ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ມີ​ຄວາມ​ເປັນ​ເຈົ້າ​ໃນ​ການ​ຂົນ​ສົ່ງ, logistics, ຄວາມ​ໝັ້ນ​ຄົງ​ລະ​ບົບ​ສະ​ໜອງ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເນັ້ນ​ໜັກ 3 ເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ອຸດ​ສາ​ຫະ​ກຳ​​ການ​ເດີນ​ເຮືອ, ພັດ​ທະ​ນາ​ອຸ​ດ​ສາ​ຫະ​ກຳ​ຕໍ່​ກຳ​ປັ່ນ ຕາມ​ຈິນ​ຕະ​ນາ​ການ​ລະ​ບົບ​ນິ​ເວດ, ຄົບ​ຊຸດ​ດ້ວຍກອງ​ກຳ​ປັ່ນ​ທະ​ເລ, ຍານພາ​ຫະ​ນະ​ທາງ​ນ້ຳ​ພາຍ​ໃນ​ປະ​ເທດ, ທ່າ​ກຳ​ປັ່ນ, logistics, ອຸດ​ສາ​ຫະ​ກຳໜູນ​ຊ່ວຍ ແລະ ການ​ບໍ​ລິ​ການ​ໃນ​ຕະຫຼອດ​ເວ​ລາ​ນຳ​ໃຊ້​ພາ​ຫະ​ນະ. ທ່ານກ່າວ​ວ່າ:

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​, ອອກ​ແບບ, ວິ​ທະ​ຍ​າ​ສາດ - ເຕັກ​ໂນ​ໂລ​ຢີ, ຈົດ​ທະ​ບຽນ, ມາດ​ຖານ, ຂໍ້​ມູນ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ເປົ້າ​ໝາຍ​ແມ່ນ​ເປັນ​ເຈົ້າ​ແຕ່​ລະ​ຂັ້ນ​ຕອນ​ມີ​ຄຸນ​ຄ່າ​ສູງ​ເທື່ອ​ລະ​ກ້າວ, ຍົກ​ສູງ​ຄຸນ​ຄ່າ​ໄດ້​ຮັກ​ສາ​ພາຍ​ໃນ​ປະ​ເທດ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສີ​ຂ​ຽວ, ດີ​ຈີ​ຕອນ, ສະ​ເພາະ​ກິດ. ນະ​ໂຍ​ບາຍ​ບຸກ​ຄະ​ລາ​ກອນ​ຕ້ອງ​ຕິດ​ພັນກາ​ນ​ບຳ​ລຸງ​ສ້າງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ ແລະ ມີ​ມາດ​ຕະ​ການ​ຢ່າງ​ພຽງ​ພໍ​ເພື່ອ​ດຶງ​ດູດ, ນຳ​ໃຊ້, ມີ​ນະ​ໂຍ​ບາຍ​ທີ່​ດີເພື່ອ​ຮັກ​ສາ​ໄດ້​ນັກ​ວິສະ​ວະ​ກອນ, ກຳ​ມະ​ກອນ​ເປັນ​ມື​ອາ​ຊີບ ແລະ ນັກ​ຊ່ຽວ​ຊານ.


top