ຂ່າວສານ

ພັດ​ທະ​ນາ​ລະ​ບົບ​ບັນ​ດາ​ສູນ​ຄົ້ນ​ຄ້​ວາ, ຫ້ອງ​ທົດ​ລອງ​ຈຸດ​ສຸມ​ແຫ່ງ​ຊາດ

ໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ດ້ານ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ, ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຄົ້ນ​ຄ້​ວາ ແລະ ຫ້ອງ​ທົດ​ລອງ​ແຫ່ງ​ຊາດ​ແມ່ນ​ຈຳ​ເປັນ, ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ລະ​ບົບ​ຄົ້ນ​ຄ້​ວາ - ພັດ​ທະ​ນາ - ທົດ​ລອງ - ບູ​ລະ​ນະ - ຫັນ​ເປັນ​ການ​ຄ້າ.
ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 23 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​​ແຜນ​ຮ່າງ “ພັດ​ທະ​ນາ​ລະ​ລົບ​ບັນ​ດາ​ສູນ​ຄົ້ນ​ຄ້​ວາ, ການ​ທົດ​ລອງ, ບັນ​ດາ​ຫ້ອງ​ທົດ​ລອງ​ຈຸດ​ສຸມ​ແຫ່ງ​ຊາດ, ສຸມ​ໃສ່​ໃຫ້​ແກ່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ”.

​ແຜນ​ຮ່າງ​ຊີ້​ແຈ້ງວ່າ​ກ່ອນ​ນີ້ 26 ປີ (ປີ 2000), ລັດ​ໄດ້ທຶນ​ກໍ່​ສ້າງ 16 ຫ້ອງ​ທົດ​ລອງ​ຈຸດ​ສຸມ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ​ບຸກ​ຄະ​ລາ​ກອນ ແລະ ສ້າງ​ຄວາມ​ສາ​ມາດ​ດ້ານ​ສະ​ເພາະ​ກິດ​ຢ່າງ​ເລິກ​ເຊິ່ງ. ໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ດ້ານ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ, ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຄົ້ນ​ຄ້​ວາ ແລະ ຫ້ອງ​ທົດ​ລອງ​ແຫ່ງ​ຊາດ​ແມ່ນ​ຈຳ​ເປັນ, ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ລະ​ບົບ​ຄົ້ນ​ຄ້​ວາ - ພັດ​ທະ​ນາ - ທົດ​ລອງ - ບູ​ລະ​ນະ - ຫັນ​ເປັນ​ການ​ຄ້າ, ສ້າງ​ຄວາມ​ສາ​ມາດຫຼັກ​ແຫຼ່ງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃຫຍ່, ໜ້າ​ທີ່​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ແຫຼ່ງ​ກຳ​ລັງ​ສາ​ທາ​ລະ​ນ​ະ ແລະ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຢີ. ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ສຸມ​ໃສ່​ສ້າງ​ລະ​ບົບ​ບັນ​ດາ​ຫ້ອງ​ທົດ​ລອງ​ທັນ​ສະ​ໄໝ, ຄົບ​ຊຸດ, ລຸ​ລ່ວງ ແລະ ໃຊ້​ລວມ, ມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ, ໃນ​ສະ​ເພາະ​ໜ້າ​ແມ່ນ ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.


top