ຂ່າວສານ

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)  
ຕອນ​ບ່າຍ​ວັນ​ທີ 11 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍ​າ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ​ພັດ​ທະ​ນາ​ຊອບ​ແວ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພົນ​ລະ​ເມືອງ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ດ້ານ​ເອ​ເລັກ​ໂຕ​ນິກ ເພື່ອ​ຮັບ​ໃຊ້ການ​ຫັນ​ເປັນ​ດີ​ຈີ​ຕອນ ແຫ່ງ​ຊາດ​ໄລ​ຍະ 2022 – 2025, ວິ​ໄສ​ທັດ​ຮອດ​ປີ 2030 (ແຜນ​ຮ່າງ​ເລກ​ທີ 06), ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 3 ປີ 2026 ຂອງ ຄະ​ນະ​ຊີ້​ນຳ. ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ຢ່າງ​ຄົບ​ຊຸດ ແບະ ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ.ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່, ແບ່ງ​ປັນ​ຂໍ້​ມູນ​ຢ່າງ​ລຸ​ລ່ວງ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ສ້າງ​ຄວາມ​ສະ​ດວກ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ.

top