ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໄດ້ເຫັນດີເປັນເອກະພາບວ່າ ພະລັງງານນິວເຄຼຍສວມບົດບາດແກ່ນສານໃນການພັດທະນາແບບຍືນຍົງ...
ດ້ວຍຫົວຂໍ້ “ທຸກຢ່າງເລີ່ມຈາກປະລະມານູ”, ວາລະປະຊຸມຄົບຄະນະຂອງເວທີປາໄສສາກົນ ສັບປະດາປະລະມານູໂລກ ຈັດຂຶ້ນໃນຕອນບ່າຍວັນທີ 26 ກັນຍາຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ. ວາລະປະຊຸມໄດ້ເຕົ້າໂຮມການນຳ ແລະ ຜູ້ຊ່ຽວຊານແຖວໜ້າຫຼາຍທ່ານໃນຂົງເຂດພະລັງງານນິວເຄຼຍ ຊື່ງໃນນັ້ນມີທ່ານ Rafael Mariano Grossi ຜູ້ອຳນວຍການໃຫ່ຍອົງການ ພະລັງງານປະລະມານູສາກົນ (IAEA).
ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໄດ້ເຫັນດີເປັນເອກະພາບວ່າ ພະລັງງານນິວເຄຼຍສວມບົດບາດແກ່ນສານໃນການພັດທະນາແບບຍືນຍົງ, ຮັບປະກັນຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ, ເລື່ອງແບ່ງປັນເຕັກໂນໂລຊີຕ້ອງໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຝ້ນ ແລະ ໃນຂອບເຂດການຮ່ວມມືຮອບດ້ານ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງການກະທົບອັນຕັ້ງໜ້າ ຂອງໂຄງການໄຟຟ້ານິຍເຄຼຍ ແລະ ຂະແໜງພະລັງງານນິວເຄຼຍ ຊື່ງແມ່ນຂະແໜງທີ່ໃໝ່ອ່ຽມສຳລັບພື້ນຖານເສດຖະກິດ.