ເຫດການ ແລະ ບັນຫາ

ພະລັງແຮງໃໝ່ ກຳນົດອະນາຄົດ ຫວຽດນາມ

ມຸ່ງສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກ, ມະຕິເລກທີ 68-NQ/TW ຂອງ ກົມການເມືອງສູນກາງພັກ  ປະກາດໃຊ້ໃ ນວັນທີ 4 ພຶດສະພາ 2025 ກ່ຽວກັບການພັດທະນາ ເສດຖະກິດ ເອກະຊົນ, ກາຍເປັນ ຂີດໝາຍສຳຄັນ, ຢືນຢັນວ່າ ພາກ ສ່ວນ ເອກະຊົນແມ່ນ “ພະລັງແຮງ ທີ່ສຳຄັນທີ່ສຸດ” ຂອງ ພື້ນຖານ ເສດຖະກິດ. ນີ້ແມ່ນການປະກາດ ຢ່າງໜັກແໜ້ນ ກ່ຽວກັບແນວຄິດ ປະດິດສ້າງໃໝ່, ສະແດງໃຫ້ເຫັນ ຄວາມຕັດສິນໃຈ ໃນການຮ່ວມ ເດີນທາງ ລະຫວ່າງລັດ ແລະ ປະຊາຄົມ ວິສາຫະກິດ ເພື່ອສ້າງຍຸກ ແຫ່ງການພັດທະນາ ທີ່ກ້າວກະໂດດ. 

ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ບັນດາຜູ້ແທນ ເຂົ້າ ຊົມ ງານວາງສະແດງ “ຜົນສຳເລັດ ໃນການພັດທະນາ ເສດຖະກິດ ເອກະຊົນ ແລະ ບັນດາຮ້ານວາງສະແດງ ຜະລິດຕະພັນ ຂອງ ວິສາ ຫະກິດເອກະຊົນ”. ພາບ: ຖົ໋ງເຍິດ/VNAມຸ່ງສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກ, ມະຕິເລກທີ 68-NQ/TW ຂອງ ກົມການເມືອງສູນກາງພັກ  ປະກາດໃຊ້ໃ ນວັນທີ 4 ພຶດສະພາ 2025 ກ່ຽວກັບການພັດທະນາ ເສດຖະກິດ ເອກະຊົນ, ກາຍເປັນ ຂີດໝາຍສຳຄັນ, ຢືນຢັນວ່າ ພາກ ສ່ວນ ເອກະຊົນແມ່ນ “ພະລັງແຮງ ທີ່ສຳຄັນທີ່ສຸດ” ຂອງ ພື້ນຖານ ເສດຖະກິດ. ນີ້ແມ່ນການປະກາດ ຢ່າງໜັກແໜ້ນ ກ່ຽວກັບແນວຄິດ ປະດິດສ້າງໃໝ່, ສະແດງໃຫ້ເຫັນ ຄວາມຕັດສິນໃຈ ໃນການຮ່ວມ ເດີນທາງ ລະຫວ່າງລັດ ແລະ ປະຊາຄົມ ວິສາຫະກິດ ເພື່ອສ້າງຍຸກ ແຫ່ງການພັດທະນາ ທີ່ກ້າວກະໂດດ. 

ວັນທີ 18 ພຶດສາພາ 2025, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ໃຫ້ຄຳເຫັນຊີ້ນຳຕໍ່ກອງປະຊຸມທົ່ວປະເທດ ເພື່ອເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ມະຕິ 68-NQ/TW ຂອງ ກົມການເມືອງ. ພາບ: ຖົ໋ງເຍິດ/VNA

ການຂະຫຍາຍຕົວ ຂອງ ພາກສ່ວນເອກະຊົນ ດຳເນີນໄປ ໃນສະ ພາບການທີ່ ຫວຽດນາມ ພວມເລັ່ງລັດ ການປະຕິຮູບ ລະບົບກົນໄກ, ປັບປຸງລະບົບກົງຈັກ ໃຫ້ກະທັດຮັດ, ຊຸກຍູ້ ການຫັນເປັນ ດີຈີຕອນ, ພັດທະນາພື້ນຖານໂຄງລ່າງຍຸດທະສາດ ແລະ ຫັນປ່ຽນ ໄປສູ່ເສດ ຖະກິດສີຂຽວ. ການປ່ຽນແປງເຫຼົ່ານີ້ ໄດ້ສ້າງພື້ນຖານ ໃຫ້ບັນດາວິ ສາຫະກິດເອກະຊົນ ຢັ້ງຢືນບົດບາດ ຂອງຕົນ ໃນພື້ນຖານເສດຖະ ກິດ ທີ່ກຳລັງເຄື່ອນໄຫວ ຢ່າງວ່ອງໄວ.

ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ບັນດາຜູ້ແທນ ເຂົ້າ ຊົມ ງານວາງສະແດງ “ຜົນສຳເລັດ ໃນການພັດທະນາ ເສດຖະກິດ ເອກະຊົນ ແລະ ບັນດາຮ້ານວາງສະແດງ ຜະລິດຕະພັນ ຂອງ ວິສາ ຫະກິດເອກະຊົນ”. ພາບ: ຖົ໋ງເຍິດ/VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບ ບັນດາວິສາຫະ ກິດ ທີ່ເຂົ້າຮ່ວມການສົນທະນາ ກ່ຽວກັບການພັດທະນາເສດຖະກິດ ເອກະຊົນ ເພື່ອຈັດຕັ້ງປະຕິບັດ ມະຕິ 68-NQ/TW ຂອງ ກົມການ ເມືອງ ໃຫ້ມີປະສິດທິຜົນ. ພາບ: ເຢືອງຢາງ/VNA

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເນັ້ນໜັກວ່າ ປັດຈຸບັນ ພາກ ສ່ວນເສດຖະກິດເອກະຊົນ ແມ່ນ “ພະລັງແຮງ ທີ່ສຳຄັນທີ່ສຸດ” ຂອງ ພື້ນຖານເສດຖະກິດ, ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການເຕີບ ໂຕ, ການເກັບລາຍຮັບງົບປະມານ ແລະ ການສ້າງ ວຽກເຮັດງານທຳ. ໄຕມາດທີ 3 ປີ 2025, ຈີດີພີ ຂອງຫວຽດນາມ ຄາດວ່າ ຈະເພີ່ມຂຶ້ນ 8,23% ເມື່ອທຽບກັບ ໄລຍະດຽວກັນ ຂອງ ປີ ຜ່ານມາ-ເຊິ່ງເປັນລະດັບສູງສຸດໃນຫຼາຍປີ. ໃນຜົນສຳເລັດລວມ ດັ່ງກ່າວ, ແມ່ນມີການ ສ່ວນຮ່ວມ ຂອງ ພາກສ່ວນ ເສດຖະກິດເອກະຊົນ. ພ້ອມດຽວກັນ ມີ 250 ໂຄງການ, ກິດຈະການກໍ່ສ້າງ ໄດ້ຮັບການເປີດນຳໃຊ້ ແລະ ເລີ່ມລົງມືກໍ່ສ້າງ ພ້ອມກັນໃນທົ່ວປະເທດ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 80 ປີ ແຫ່ງການປະຕິວັດ ເດືອນ ສິງຫາ ແລະ ວັນຊາດ ທີ 2 ກັນຍາ ດ້ວຍຍອດເງິນລົງທຶນ 63% ແມ່ນມາຈາກ ວິສາຫະກິດ ເອກະຊົນ.  

ເພື່ອສະໜັບສະໜູນກຳລັງນີ້, ລັດຖະບານ ຫວຽດນາມ ໄດ້ຊຸກຍູ້ ການປະຕິຮູບ ລະບຽບການ, ຫຼຸດຜ່ອນເງື່ອນໄຂ ການດຳເນີນ ທຸລະກິດ ລົງ, ແນໃສ່ ສ້າງສະພາບແວດລ້ອມ ການລົງທຶນ ທີ່ໂປ່ງໃສ, ໝັ້ນຄົງ ຕາມຫຼັກການ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”.  

ທ່ານ ເຈິ່ນດິ່ງລອງ-ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ ກຸ່ມບໍ ລິສັດ ຮ່ວາຟາດ ໃຫ້ຮູ້ວ່າ ຂະແໜງເຫຼັກກ້າ ຫວຽດນາມ ໄດ້ກ້າວຂຶ້ນ ສູ່ ອັນດັບທີ 11 ຂອງ ໂລກ ຈາກພື້ນຖານ ທີ່ພໍປະມານ ໃນປີ 1995, ເຊິ່ງເປັນຫຼັກຖານ ສະແດງເຖິງ ແນວຄິດ ການເຊື່ອມໂຍງ ແລະ ສະ ພາບແວດລ້ອມການ ດຳເນີນທຸລະກິດ ທີ່ໝັ້ນຄົງ.  

ທ່ານ ເຈິ່ນດຶກຕຸ່ງ-ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ໃຊ້ ແຮງງານຜະລິດ ແລະ ສົ່ງອອກ-ນຳເຂົ້າ Hanel (Hanel PT) ຖືວ່າ ສຳລັບ Hanel PT, ມາດຕະຖານ ESG (ສິ່ງແວດລ້ອມ-ສັງຄົມ-ການຄຸ້ມຄອງ), ການລົງທຶນຄົ້ນຄວ້າ-ພັດທະນາ (R&D) ແລະ ການ ຜະລິດສີຂຽວ ແມ່ນກຸນແຈ ເພື່ອໃຫ້ວິສາຫະກິດ ສາມາດເຂົ້າຮ່ວມ ຢ່າງເລິກເຊິ່ງຍິ່ງຂຶ້ນ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ.

 

ການທີ່ VinFast ຜະລິດ ແລະ ສົ່ງອອກ ລົດໄຟຟ້າ ໄປຍັງ ບັນ ດາ ຕະຫຼາດຕ່າງປະເທດ ໄດ້ຢັ້ງຢືນຖານະບົດບາດ ຂອງ ຫວຽດ ນາມ ເທື່ອລະກ້າວ ໃນແຜນທີ່ ອຸດສາຫະກຳ ຜະລິດລົດຍົນ ຂອງ ໂລກ. ພາບ: VNA
 

 ປັດຈຸບັນ, ພາກສ່ວນເອກະຊົນ ປະກອບສ່ວນປະມານ 50% ຂອງ ຈີດີພີ, ກວ່າ 30% ຂອງ ລາຍຮັບງົບປະມານແຫ່ງລັດ, ສ້າງວຽກ ເຮັດງານທຳ ກວ່າ 40 ລ້ານຕຳແໜ່ງ ແລະ ກວມເກືອບ 60% ຂອງ ຍອດເງິນລົງທຶນ ຂອງ ສັງຄົມ. ຕົວເລກເຫຼົ່ານີ້ ສະແດງໃຫ້ເຫັນວ່າ ພາກສ່ວນເອກະຊົນ ມີບົດບາດສຳຄັນທີ່ສຸດ ຕໍ່ພື້ນຖານເສດຖະກິດ ການຕະຫຼາດ ຕາມທິດສັງຄົມນິຍົມ ທີ່ຫວຽດນາມ ກຳລັງເດີນຕາມ.  

ບົນເສັ້ນທາງພັດທະນາເສດຖະກິດເອກະຊົນ, ພັກ ແລະ ລັດ ບໍ່ພຽງ ແຕ່ໃຫ້ຄວາມສົນໃຈເທົ່ານັ້ນ, ຫາກຍັງເປັນເຈົ້າການ ສ້າງສະພາບ ແວດລ້ອມ ການພັດທະນາ ເພື່ອໃຫ້ວິສາຫະກິດ ສາມາດກ້າວຂຶ້ນ ໄດ້. ຫຼາຍມະຕິ, ຄຳສັ່ງໄດ້ຖືກປະກາດໃຊ້ ຢ່າງຕໍ່ເນື່ອງ ເພື່ອປັບປຸງ ສະພາບແວດລ້ອມ ການລົງທຶນ ດຳເນີນທຸລະກິດ, ລົດກຳນົດເວລາ ເຮັດ ລະບຽບການບໍລິຫານລົງ ແລະ ຮັບປະກັນສິດຜົນປະໂຫຍດ ທີ່ຖືກຕ້ອງ ຕາມກົດໝາຍ ໃຫ້ແກ່ ວິສາຫະກິດເອກະຊົນ. ພິເສດ ແມ່ນມະຕິ 68. ນີ້ບໍ່ພຽງແຕ່ ເປັນການຢັ້ງຢືນຢ່າງສະເໝີຕົ້ນ ສະ ເໝີປາຍ ຕໍ່ແນວທາງໃຫຍ່ ຂອງພັກເທົ່ານັ້ນ, ແຕ່ຍັງແມ່ນ ບາດກ້າວ ບຸກທະລຸ ໃນແນວຄິດ ພັດທະນາເສດຖະກິດ, ນັ້ນຄື ການເຄົາລົບ, ສົ່ງເສີມ ແລະ ຮ່ວມເດີນທາງກັບວິສາຫະກິດເອກະຊົນ.  

ມະຕິ 68 ໄດ້ວາງທິດທາງບຸກທະລຸ ຫຼາຍຢ່າງ, ນັບແຕ່ການປັບປຸງ ລະບົບກົນໄກ ໃຫ້ສົມບູນແບບ, ຮັບປະກັນສິດສະເໝີພາບ ໃນການ ເຂົ້າເຖິງ ແຫຼ່ງຊັບພະຍາກອນ, ຈົນເຖິງການສ້າງສະພາບແວດລ້ອມ ການດຳເນີນທຸລະກິດ ທີ່ໂປ່ງໃສ, ຍຸຕິທຳ, ປອດໄພ ແລະ ອຳນວຍ ຄວາມສະດວກ. ພັກ ແລະ ລັດ ໄດ້ກຳນົດຢ່າງຈະແຈ້ງວ່າ: ການພັດ ທະນາເສດຖະກິດເອກະຊົນ ແມ່ນຄວາມຮຽກຮ້ອງຕ້ອງການ ທີ່ເປັນ ພາວະວິໄສ, ແມ່ນພະລັງແຮງ ທີ່ສຳຄັນ ເພື່ອສ້າງພື້ນຖານ ເສດຖະ ກິດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບ ສາກົນ ຢ່າງກວ້າງຂວາງ ເລິກເຊິ່ງ.

 

ບັນດາວິສາຫະກິດ ເຂົ້າຮ່ວມສົນທະນາ ກ່ຽວກັບການພັດທະນາ ເສດຖະກິດເອກະຊົນ ເພື່ອຈັດຕັ້ງປະຕິບັດມະຕິ 68-NQ/TW ຂອງ ກົມການເມືອງ ໃຫ້ມີປະສິດທິຜົນ. ພາບ: ເຢືອງຢາງ/VNA
ວິສາຫະກິດເອກະຊົນ ຫວຽດນາມ ພວມມານະພະຍາຍາມ ນຳ ເອົາຜະລິດຕະພັນ ເຂົ້າເຖິງລູກຄ້າຢ່າງວ່ອງໄວ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນຕະຫຼາດສາກົນ. ໃນພາບ: ການຫຸ້ມຫໍ່ຢາງພາລາປຸງແຕ່ງ ຢູ່ບໍລິສັດຫຸ້ນສ່ວນ ກົນຈັກຢາງພາລາ BRC. ພາບ: ຮົ່ງຍຸງ/VNA
ມະຕິ 68-NQ/TW-ພະລັງແຮງທີ່ສຳຄັນ ເພື່ອການພັດທະນາ ເສດຖະກິດເອກະຊົນ ຢູ່ນະຄອນ ຫາຍຟ່ອງ. ໃນພາບ: ບໍລິສັດຫຸ້ນ ສ່ວນ ໝໍ້ໄຟ ເຕຍສ໋າງ (ແສງສະຫວ່າງ) ປັບປຸງເຕັກນິກ ຢ່າງບໍ່ຢຸດ ຢັ້ງ, ສະໜອງຜະລິດຕະພັນ ທີ່ມີຄຸນນະພາບສູງ ຕອບສະໜອງ ຄວາມຕ້ອງການ ພາຍໃນປະເທດ ແລະ ສົ່ງອອກ. ພາບ: ເຈິ່ນຫວຽດ/VNA

 

ໃນບົດຂຽນ “ການພັດທະນາເສດຖະກິດເອກະຊົນ-ໄມ້ງັດ ເພື່ອ ຫວຽດນາມ ຈະເລີນຮຸ່ງເຮືອງ”, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເນັ້ນໜັກວ່າ: ມຸ່ງໄປເຖິງວິໄສທັດລວມ ຂອງ ປະເທດຊາດ, ເສດ ຖະກິດເອກະຊົນ ກໍຈຳເປັນຕ້ອງ ກຳນົດ ໃຫ້ຈະແຈ້ງ ກ່ຽວກັບ ພາລະ ກິດ ແລະ ວິໄສທັດ ຂອງຕົນ. ເສດຖະກິດເອກະຊົນ ຕ້ອງເປັນກຳ ລັງບຸກເບີກ ໃນຍຸກສະໄໝໃໝ່, ປະຕິບັດສຳເລັດ ພາລະກິດ ຫັນ ເປັນ ອຸດສາຫະກຳ-ທັນສະໄໝ ຂອງ ພື້ນຖານເສດຖະກິດ, ຍົກສູງ ກຳລັງແກ່ງແຍ້ງຂອງຊາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ປະກອບ ສ່ວນຍົກສູງ ຊີວິດການເປັນຢູ່ ຂອງ ປະຊາຊົນ, ເຂົ້າຮ່ວມໃນການ ສ້າງສາ ສັງຄົມສີວິໄລ, ທັນສະໄໝ ແລະ ປະກອບສ່ວນ ສ້າງສາ ຫວຽດນາມ ທີ່ຂະຫຍັນຂັນແຂງ ແລະ ເຊື່ອມໂຍງເຂົ້າກັບ ສາກົນ.  

ໃນຍຸກສະໄໝແຫ່ງປັນຍາຄວາມຮູ້ ແລະ ການເຊື່ອມໂຍງ, ເມື່ອພັກ ແລະ ລັດ ເປີດກວ້າງພື້ນທີ່ພັດທະນາ, ປະຊາຄົມວິສາຫະກິດ ຈຳ ເປັນຕ້ອງ ມີຄວາມກ້າຫານ ບຸກເບີກ ເພື່ອຫັນໂອກາດ ໃຫ້ກາຍເປັນ ພະລັງແຮງເຕີບໂຕ, ນຳພາຕົນເອງ ແລະ ປະເທດຊາດ ກ້າວຂຶ້ນ ຢ່າງແຂງແຮງ.

 

ບົດ: ລອງຫງວຽນ - ພາບ: VNA - ແປໂດຍ: ບິກລຽນ


top