ຄົ້ນພົບ

ພະພຸດທະຮູບ ອະມິຕາ ພຸດທະເຈົ້າສູງ 24 ແມັດ ຢູ່ທີ່ວັດ ກິມຕຽນ, ແຂວງ ອານຢາງ

ຕັ້ງຢູ່ທ່າມກາງປ່າພູອັນສະຫງ່າງາມ, ວັດ ກິມຕຽນ (ຕັ້ງຢູ່ເທສະບານ ຕິ້ງບຽນ, ແຂວງ ອານຢາງ) ແມ່ນສະຖານທີ່ທ່ອງທ່ຽວທາງຈິດວິນຍານທີ່ໂດດເດັ່ນຂອງເຂດພູ ໄບນຸ໋ຍ, ແຂວງ ອານຢາງ. 

ຈຸດເດັ່ນທີ່ສະຫງ່າງາມຂອງວັດແຫ່ງນີ້ແມ່ນ ພະພຸດທະຮູບ ອະມິຕາ ພຸດທະເຈົ້າ ທີ່ສູງເຖິງ 24 ແມັດ, ເຊິ່ງປະດິດສະຖານຢ່າງເຄັ່ງຂຶມຢູ່ເທິງຫຼັງຄາຂອງຫ້ອງທຳມະສະພາ, ເດັ່ນສະຫງ່າຢູ່ລະຫວ່າງກາງທ້ອງຟ້າ ແລະ ສາຍພູທີ່ສະຫຼັບສັບຊ້ອນ.

ພະພຸດທະຮູບ ອະມິຕາ ພຸດທະເຈົ້າສູງ 24 ແມັດ ປະດິດສະຖານຢ່າງອົງອາດຢູ່ເທິງຫຼັງຄາຫ້ອງທຳມະສະພາ ຂອງວັດ ກິມຕຽນ. ພາບ: ແທງຊາງ - VNA

ວັດ ກິມຕຽນ ຕັ້ງຢູ່ທ່າມກາງປ່າພູອັນສະຫງ່າງາມ ຂອງເຂດພູ ເຖິດເຊີນ, ແຂວງ ອານຢາງ. ພາບ: ແທງຊາງ - VNA
ສະຖາປັດຕະຍະກຳຂອງວັດ ກິມຕຽນ ໂດດເດັ່ນດ້ວຍຂະໜາດທີ່ໃຫຍ່ໂຕໂອ້ໂຖງ ແລະ ກົມກຽວເຂົ້າກັບທັດສະນີຍະພາບທາງທຳມະຊາດຂອງເຂດພູ ເຖິດເຊີນ. ພາບ: ແທງຊາງ - VNA
ທາງຂຶ້ນຫ້ອງທຳມະສະພາ ໄດ້ຮັບການປະດັບປະດາດ້ວຍຮູບປັ້ນມັງກອນຂະໜາດໃຫຍ່ 2 ໂຕ. ພາບ: ແທງຊາງ - VNA 
ພາຍໃນວັດໄດ້ຮັບການປະດັບປະດາດ້ວຍລວດລາຍຢ່າງລະອຽດລະອໍ, ເຊິ່ງເປັນການປະສົມປະສານຢ່າງກົມກຽວລະຫວ່າງສີສັນ ແລະ ລວດລາຍແບບດັ້ງເດີມ. ພາບ: ແທງຊາງ - VNA

top