ຂ່າວສານ

ຝ​ລັ່ງ ແລະ ອິນ​ເດຍ ເພີ່ມ​ຄວາມ​ໄວ​ໃນ​ການ​ສ້າງ​ສະ​ຫະ​ພັນ ເຕັກ​ໂນ​ໂລ​ຢີ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Emmanuel Macron ເນັ້ນ​ໜັກ​ເຖິງ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ຂອງ​ອິນ​ເດຍ​ໃນ​ຂົງ​ເຂດ​ນະ​ວັດ​ຕະ​ກຳ.
  ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ (ພາບ: AP/Lewis Joly)  

ວັນ​ທີ 14 ມິ​ຖຸ​ນາ, ທ່ານ​ Emmanuel Macron ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ແລະ ທ່ານ Narendra Modi ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໄດ້​ຢັ້ງ​ຢືນ​ຄືນ​ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ, ພິ​ເສດ​ແມ່ນ​ປັນ​ຍາ​ປະ​ດິດ (AI) ແລະ ເຕັກ​ໂນ​ໂລ​ຢີອາ​ວະ​ກາດ, ໃນ​ສະ​ພາບ​ການ​ທັງ​ສອງ​ປະ​ເທດ​ພວມ​ຊອກ​ຫາ​ວິ​ທີ​ການ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ນະ​ວັດ​ຕະ​ກຳ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ Bharat Innovates ຢູ່ ນະ​ຄອນ Nice, ຝ​ລັ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Emmanuel Macron ເນັ້ນ​ໜັກ​ເຖິງ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ຂອງ​ອິນ​ເດຍ​ໃນ​ຂົງ​ເຂດ​ນະ​ວັດ​ຕະ​ກຳ. ທ່ານ​ຖື​ວ່າ ອິນ​ເດຍ​ແມ່ນ​ປະ​ເທດ​ໃຫຍ່​ກ່ຽວ​ກັບ​ນະ​ວັດ​ຕະ​ກຳ, ພວມ​ສ້າງ​ບັນ​ດາ​ຮູບ​ແບບ​ເຕັກ​ໂນ​ໂລ​ຢີ​ບຸກ​ທະ​ລຸ ແລະ ນັບ​ມື້​ນັບ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ບໍ່​ອາດພາດໂອ​ກາດ​ໄດ້. ທ່ານ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ​ເອີ​ລົບ ຖື​ອິ​ນ​ເດຍ​ຄື​ສູນ​ເຕັກ​ໂນ​ໂລ​ຢີ​ພວມ​ປະ​ກົດ​ຂຶ້ນ, ມີ​ຄວາມ​ສາ​ມາດ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ບຸກ​ທະ​ລຸ ແລະ ບັນ​ດ​າ​ຮູບ​ແບບ​ປ່ຽນ​ແປງ​ໃໝ່​ທີ່​ມີ​ລັກ​ສະ​ນະ​ນຳ​ພາ.


top