ການລະບາດ ຂອງ ໂຄວິດ-19ລະບາດຂຶ້ນ, ເຮັດໃຫ້ຂະແໜງທ່ອງທ່ຽວທົ່ວໂລກ ປະສົບກັບຄວາມຫຍຸ້ງຍາກ ເປັນເວລາດົນນານ ແລະ ຫວຽດນາມ ກໍບໍ່ແມ່ນກໍລະນີຍົກເວັ້ນ. ຫຼັງຈາກປິດປະຕູ ເພື່ອປ້ອງກັນພະຍາດ ເປັນໄລຍະຍາວ, ວັນທີ 15
ການລະບາດ ຂອງ ໂຄວິດ-19ລະບາດຂຶ້ນ, ເຮັດໃຫ້ຂະແໜງທ່ອງທ່ຽວທົ່ວໂລກ ປະສົບກັບຄວາມຫຍຸ້ງຍາກ ເປັນເວລາດົນນານ ແລະ ຫວຽດນາມ ກໍບໍ່ແມ່ນກໍລະນີຍົກເວັ້ນ. ຫຼັງຈາກປິດປະຕູ ເພື່ອປ້ອງກັນພະຍາດ ເປັນໄລຍະຍາວ, ວັນທີ 15ມີນາ 2022, ຫວຽດນາມ ໄດ້ປະກາດ ເປີດການເຄື່ອນໄຫວທ່ອງທ່ຽວ ຄືນໃໝ່ ຢ່າງຄົບຖ້ວນ ພາຍໃຕ້ສະພາບປົກກະຕິໃໝ່ ໂດຍຄາດວ່າ ຈະເປັນສະຖານທີ່ທ່ອງທ່ຽວປອດໄພ ແລະ ດຶງດູດ ນັກທ່ອງທ່ຽວສາກົນ. ຢູ່ເມືອງເກາະ ຝູ໋ກວັກ, ກຸ່ມຣີສອດ, ສະຖານທີ່ມ່່ວນຊື່ນ, ບັນເທີງ ແຖວໜ້າ ເຂດ ຝູ໋ກວັກ United Center ກໍໄດ້ກຽມຄວາມພ້ອມ ກັບແຜນ ການຕ້ອນຮັບນັກທ່ອງທ່ຽວ ທີ່ມາ ພັກຜ່ອນຢ່າງປອດໄພ ແລະ ລໍ້າ ຍຸກ ຢູ່ໜຶ່ງໃນບັນດາ ເມືອງເກາະ ທີ່ສວຍງາມທີສຸດຂອງໂລກ. ສູນລວມການທ່ອງທ່ຽວຄົບວົງຈອນ ທາງທະເລ ແຖວໜ້າ ຂອງ ພາກພື້ນ
ຫຼັງຈາກ ຫວຽດນາມ ປະກາດເປີດການເຄື່ອນໄຫວທ່ອງທ່ຽວ ຄືນ ໃໝ່ ໃນທົ່ວປະເທດ ແຕ່ວັນທີ 15 ມີນາ ນີ້, ພວກຂ້າພະເຈົ້າໄດ້ຈອງປີ້ໄປທ່ຽວເກາະ ຝູ໋ກວັກ ຢ່າງໄວ ໂດຍຫວັງວ່າ ຈະໄດ້ສຳຜັດກັບບັນ ຍາກາດທີ່ສົດຊື່ນ ພາຍຫຼັງທີ່ຖືກກັກ ມາເປັນເວລາດົນນານ ຍ້ອນການລະບາດ ໂຄວິດ-19 ແລະ ສ່ວນໜຶ່ງ ກໍຍ້ອນ ຄວາມຢາກຮູ້ ຢາກເຫັນ ໄດ້ຄົ້ນພົບໂດຍກົງ ກຸ່ມສະຖານທີ່ພັກຜ່ອນ ເພື່ອສຸຂະ ພາບ, ມ່ວນຊື່ນ ບັນເທີງ ຝູ໋ກວັກ United Center, ບ່ອນທີ່ຖືວ່າ ເປັນ ແດນສະຫວັນ ແຫ່ງການ ພັກຜ່ອນເທິງທະເລ ຂອງ ຫວຽດ ນາມ ຊຶ່ງສາມາດປຽບໄດ້ ກັບ Maldives, Dubai ຫຼື Hawaii...
ຈາກສະໜາມບິນສາກົນ ຝູ໋ກວັກ, ພວກຂ້າພະເຈົ້າ ໄດ້ພະນັກງານ ຂອງໂຮງແຮມ Vinpearl Resorts & Golf ຝູ໋ກວັກ ຕ້ອນຮັບ ແລະ ນຳໄປ ຣີສອດ United Center. ຕັ້ງຢູ່ເປີ້ນພູ ທາງທິດເໜືອ ຂອງ ເມືອງເກາະ ຝູ໋ກວກ, ກຸ່ມຣີສອດ, ສະຖານທີ່ບັນເທີງ ຝູ໋ກວັກ United Center ມີເນື້ອທີ່ ກວ່າ 1000 ເຮັກຕາ, ແມ່ນໂຄງການ ໃຫຍ່ ໂດຍ Vinpearl (ສັງກັດກຸ່ມ ບໍລິສັດ Vingroup), ເຄື່ອງໝາຍ ການຄ້າ ບໍລິການທ່ອງທ່ຽວ ຣີສອດ-ບັນເທີງແຖວໜ້າຂອງ ຫວຽດ ນາມ ຄຸ້ມຄອງ ແລະ ເຄື່ອນໄຫວ ຊຶ່ງຫາກໍເປີດບໍລິການ ຢ່າງເປັນ ທາງການ ໃນເດືອນ ເມສາ 2021.
ຝູ໋ກວັກ United Center ແມ່ນ “ເມືອງທີ່ບໍ່ເຄີຍນອນ” ແຫ່ງທຳອິດຂອງ ຫວຽດນາມ, ຖືກຈັດອັນດັບເປັນ “ຈຸດນັດໝາຍ ທີ່ຈຳເປັນຕ້ອງ ມາ” ແຫ່ງໃໝ່ ໃນແຜນທີ່ທ່ອງທ່ຽວ ຫວຽດນາມ ແລະ ໂລກ, ສາ ມາດທຽບເທ່ົາກັນກັບ ບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າດຶງດູດໃຈອັນດັບແຖວໜ້າຂອງໂລກເຊັ່ນ Jeju (ສ ເກົາຫຼີ), Clarke Quay (ສິງກະໂປ), Las Vegas (ສ ອາເມລິກາ)...
ກ່ອນການເດີນທາງ, ພວກຂ້າພະເຈົ້າໄດ້ຊອກຮູ້ ກ່ຽວກັບ ຝູ໋ກວັກ United Center, ແຕ່ເມື່ອໄດ້ເຫັນກັບຕາ ຈຶ່ງຮູ້ສຶກໄດ້ ຂະໜາດ ແລະ ຄວາມລໍ້າຍຸກ ຂອງໂຄງການໃຫຍ່ນີ້. ຝູ໋ກວັກ United Center ໄດ້ຮັບການກໍ່ສ້າງຕາມທ່າອ່ຽງ “ໜຶ່ງຈຸດໝາຍ-ທຸກຄວາມຕ້ອງ ການ” (one-stop-destination) ໂດຍມີສະຖານທີ່ບັນເທີງ, ພັກ ຜ່ອນ ເພື່ອສຸຂະພາບ, ແຫຼ່ງຊອບປິ້ງ, ອາຫານ… ເຄື່ອນໄຫວຢ່າງ ຟົດຟື້ນທັງເວັນ ແລະ ຄືນ ເພື່ອນຳເອົາປະສົບການຕົວຈິງໃໝ່ໆ ມາ ໃຫ້ແກ່ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ກໍແມ່ນຕົວ ແບບ ເມືອງທີ່ບໍ່ເຄີຍນອນ ແຫ່ງທຳອິດ ຂອງ ຫວຽດນາມ, ເປັນຂີດ ໝາຍ ແຫ່ງບາດກ້າວ ທຳອິດ ໃຫ້ການກຳນົດທິດ ພັດທະນາຕົວແບບເສດຖະກິດກາງຄືນ ໃນຍຸດທະສາດເຮັດໃຫ້ ຫວຽດນາມ ກາຍເປັນຈຸດນັດໝາຍໃໝ່ ໃນແຜນທີ່ທ່ອງທ່ຽວ ຂອງໂລກ, ພິເສດແມ່ນໃນສະພາບທີ່ບັນດາປະເທດ ພວມກະກຽມຟື້ນຟູ ການທ່ອງທ່ຽວ ຫຼັງການລະບາດ ໂຄວິດ-19.
ຝູ໋ກວັກ United Center ເປັນແດນສະຫວັນ ແຫ່ງຄວາມບັນເທີງ, ພັກຜ່ອນເພື່ອສຸຂະພາບ, ງານບຸນ, ດົນຕີ, ອາຫານການກິນ, ກິລາ ... ທີ່ບໍ່ເຄີຍນອນ ໜຶ່ງບໍ່ມີສອງ ລະດັບໂລກ ຢູ່ ຫວຽດນາມ. ມາຍັງ ທີ່ນີ້, ນັກທ່ອງທ່ຽວ ມີໂອກາດ ໄດ້ສຳຜັດກັບ ລາຍການບັນເທີງ, ກິ ລາ ແລະ ຄົ້ນພົບ ນັບຫຼາຍຮ້ອຍລາຍການ ທີ່ພິເສດ ແລະ ຫຼາກ ຫຼາຍ ອັນດັບໜຶ່ງ ອາຊີ; ໄດ້ເພີດເພີນ ກັບລາຍການ ສິລະປະ ຫຼາຍ ລາຍການ ທີ່ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ ຈາກ ລາຍການສະແດງ ມູນຄ່າ 03 ລ້ານ ໂດລາສະຫະລັດ ທີ່ມີຊື່ວ່າ “ສິ່ງຍອດຍິ່ງ ຫວຽດນາມ”, “ສີສັນ Venice” ແລະ “Once” ຊຶ່ງໄດ້ ຮັບການດຳເນີນໄປ ຢ່າງໜ້າຈັບໃຈ ແລະ ຟົດຟື້ນ ຕະຫຼອດ 24 ຊົ່ວ ໂມງ.
ຝູ໋ກວັກ United Center ເປັນແດນສະຫວັນ ແຫ່ງຄວາມບັນເທີງ, ພັກຜ່ອນເພື່ອສຸຂະພາບ, ງານບຸນ, ດົນຕີ, ອາຫານການກິນ, ກິລາ ... ທີ່ບໍ່ເຄີຍນອນ ໜຶ່ງບໍ່ມີສອງ ລະດັບໂລກ ຢູ່ ຫວຽດນາມ. ມາຍັງ ທີ່ນີ້, ນັກທ່ອງທ່ຽວ ມີໂອກາດ ໄດ້ສຳຜັດກັບ ລາຍການບັນເທີງ, ກິ ລາ ແລະ ຄົ້ນພົບ ນັບຫຼາຍຮ້ອຍລາຍການ ທີ່ພິເສດ ແລະ ຫຼາກ ຫຼາຍ ອັນດັບໜຶ່ງ ອາຊີ; ໄດ້ເພີດເພີນ ກັບລາຍການ ສິລະປະ ຫຼາຍ ລາຍການ ທີ່ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ ຈາກ ລາຍການສະແດງ ມູນຄ່າ 03 ລ້ານ ໂດລາສະຫະລັດ ທີ່ມີຊື່ວ່າ “ສິ່ງຍອດຍິ່ງ ຫວຽດນາມ”, “ສີສັນ Venice” ແລະ “Once” ຊຶ່ງໄດ້ ຮັບການດຳເນີນໄປ ຢ່າງໜ້າຈັບໃຈ ແລະ ຟົດຟື້ນ ຕະຫຼອດ 24 ຊົ່ວ ໂມງ.
ນອກຈາກການບໍລິການ ລໍ້າສະໄໝ ດັ່ງກ່າວມາຢູ່ຂ້າງເທິງ, ສິ່ງທີ່ເຮັດໃຫ້ ຝູ໋ກວັກ United Center ໄດ້ຮັບຖືວ່າ ເປັນຈຸດໝາຍ ປາຍ ທາງທີ່ປອດໄພ, ເປັນເອກະລັກສະເພາະ ແລະ ເປັນທີ່ດຶງດູດໃຈ ສຳ ລັບນັກທ່ອງທ່ຽວ ໃນສະພາບການແຜ່ລະບາດຂອງໂຄວິດ-19 ໃນປັດຈຸບັນ ກໍແມ່ນຍ້ອນ ມີຈຸດທີ່ຕັ້ງ ທາງພູມສາດ ທີ່ສະດວກສະ ບາຍ ຂອງ ຝູ໋ກວັກ, ເມືອງເກາະ ທີ່ໄກຈາກ ດິນຕໍ່ແຜ່ນ, ມີທິວທັດທຳມະຊາດທີ່ສວຍງາມ ແລະ ບັນຍາກາດ ທີ່ສົດຊື່ນຕະຫຼອດປີ, ບໍ່ຄ່ອຍໄດ້ຮັບຜົນກະທົບ ຈາກໄພທຳມະຊາດ, ດິນຟ້າອາກາດ ແລະ ພະຍາດຕ່າງໆ ຄືຢູ່ດິນຕໍ່ແຜ່ນ.
ຫຼົງທາງເຂົ້າສູ່ໂລກແຫ່ງ “ໜຶ່ງຈຸດໝາຍ-ທຸກຄວາມຕ້ອງການ”
ໜຶ່ງໃນຄວາມວິຕົກກັງວົນອັນດັບຕົ້ນ ຂອງ ນັກທ່ອງທ່ຽວ ໃນທຸກມື້ ນີ້ ແມ່ນຄວາມປອດໄພ ໃນການເດີນທາງ ຈາກ ຜົນກະທົບ ຂອງ ການ ແຜ່ລະບາດໂຄວິດ-19. ເພາະສະນັ້ນ, ດ້ວຍຮູບແບບ “ໜຶ່ງ ຈຸດໝາຍ-ທຸກຄວາມຕ້ອງການ” ແຖວໜ້າ ຂອງ ອາຊີ, ຝູ໋ກວັກ United Center ໄດ້ຮັກສາຂະບວນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຢ່າງເຂັ້ມງວດ 24/7 ຢູ່ສະເໝີ ເພື່ອຮັບປະກັນຄວາມປອດໄພສູງສຸດໃຫ້ແກ່ລູກຄ້າ. ຕາມນັ້ນແລ້ວ, ພະນັກງານ ທັງໝົດຂອງ ຟູ໋ກວກ United Center ໄດ້ຮັບການຝຶກຝົນ ລົງເລິກ ກ່ຽວ ກັບການປ້ອງກັນ, ຮັບປະກັນຄວາມປອດໄພ ຈາກ ການລະ ບາດ ຂອງພະຍາດ ເພື່ອສາມາດແນະນຳ ແລະ ຮັບໃຊ້ນັກທ່ອງ ທ່ຽວ ໄດ້ຢ່າງປອດໄພທີ່ສຸດ.
ຜູ້ຕາງໜ້າຂອງ Vinpearl ໃຫ້ຮູ້ວ່າ: ເພື່ອກະກຽມແຜນການ ຕ້ອນ ຮັບນັກທ່ອງທ່ຽວ ໃນສະພາບປົກກະຕິໃໝ່ ຢ່າງປອດໄພ ພາຍຫຼັງ ຫວຽດນາມ ປະກາດ ເປີດການ ເຄື່ອນໄຫວ ທ່ອງທ່ຽວ ຄືນໃໝ່, ນອກຈາກການກະກຽມ ດ້ານພື້ນຖານໂຄງລ່າງ, ການບໍລິການ, Vinpearl ສືບຕໍ່ກໍ່ສ້າງ ໂຄງການຮ່ວມມື ຍຸດທະສາດ, ສົມທົບ ກັບ ບັນດາຄູ່ຮ່ວມມື ໃນນັ້ນມີ ບໍລິສັດການບິນ ຫວຽດນາມ, Vietnam Airlines, Vietjet Air ແລະ Bamboo Airway... ແນໃສ່ສ້າງ “ພັນ ທະມິດ” ຣີສອດ-ການບິນ-ການບໍລິການ-ທ່ອງທ່ຽວ ທາງໄກ ທີ່ເຂັ້ມແຂງ, ຮັບໃຊ້ຖ້ຽວບິນໂດຍສານເຕັມເວລາ (charter flight), ຖ້ຽວບິນການຄ້າພາຍໃນ ແລະ ຕ່າງປະເທດ, ນຳນັກທ່ອງທ່ຽວ ເຖິງບັນ ດາ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຂອງ ຫວຽດນາມ, ໃນນັ້ນລວມ ທັງ ຝູ໋ກວັກ United Center ດ້ວຍລະບົບຕ່ອງໂສ້ ການບໍລິການຊັ້ນ ສູງ ຄົບວົງຈອນ, ຮັບປະກັນຄວາມປອດໄພ ແລະ ປະສົບການຕົວ ຈິງລໍ້າຍຸກ. ນອກຈາກນັ້ນ, Vinpearl ຍັງໄດ້ຈັດໃຫ້ເປັນປະຈໍາ ທົວ ທ່ອງທ່ຽວ ລວມທັງປີ້ຍົນ - ການພັກຜ່ອນ - ການບັນເທີງ... ເພື່ອສ້າງການເດີນທາງທີ່ສົມບູນແບບ ນັບແຕ່ການອອກເດີນທາງ ເຖິງສິ້ນສຸດການເດີນທາງ ເພື່ອສ້າງຄວາມປອດໄພ ແລະ ຄວາມສະ ດວກສະບາຍຫຼາຍສຸດ ໃຫ້ແກ່ ນັກທ່ອງທ່ຽວ.
ນັກທ່ອງທ່ຽວຂີ່ລົດເມ ທ່ຽວຊົມ ສັດຫຼາຍປະເພດ ໃນເຂດເຄິ່ງທຳມະສາດ ຢູ່ Vinpearl Safari ຝູ໋ກວັກ. ພາບ: ເອກະສານ Vinpearl
ກັບຄືນສູ່ການເດີນທາງຄັ້ງທໍາອິດ ຂອງ ພວກຂ້າພະເຈົ້າ ສູ່ ຝູ໋ກວັກ United Center, ຫຼັງຈາກສອງສາມຊົ່ວໂມງ ເພື່ອການ ເຊັກອິນ ແລະ ພັກຜ່ອນພາຍຫຼັງ ການເດີນທາງໄກ, ພວກຂ້າພະເຈົ້າ ເລີ່ມ ຕົ້ນ ການເດີນທາງ ຜ່ານປະສົບການຕົວຈິງ ກຸ່ມທ່ອງທ່ຽວຄົບວົງ ຈອນນີ້ ດ້ວຍການຄົ້ນພົບ ສວນສາທາລະນະ ດູແລ ແລະ ອະນຸລັກ ສັດ Vinpearl Safari ຝູ໋ກວັກ.
ຜູ້ດູແລສັດ ໃຫ້ຮູ້ວ່າ ແຕ່ປີ 2019 ມາຮອດປັດຈຸບັນ, ມີແຮດ 7 ໂຕໄດ້ເກີດຢູ່ Vinpearl Safari ຝູ໋ກວັກ. ສະເພາະໃນ 2 “ປີ ໂຄວິດ” ມໍ່ໆ ນີ້, Vinpearl Safari ຝູ໋ກວັກ ໄດ້ກາຍເປັນ “ແດນສະຫວັນ ສີຂຽວ” ຂອງບັນດາປະເພດສັດ ທີ່ມີຄ່າຫາຍາກ ເມື່ອມີສັດ ປະ ມານ 500 ໂຕ ລວມມີ: ສິງ ອາຟຣິກກາ, ເສືອ Bengal, ສິງຂາວ, ໂອງຄໍຍາວ, ແຮດ, ລະມັ່ງ... ໄດ້ເກີດ ຢູ່ທີ່ນີ້.
ແມ່ນໜຶ່ງ ໃນບັນດາສວນສາທາລະນະ ດູແລ ແລະ ອະນຸລັກ ສັດ ປ່າແຫ່ງທຳອິດຂອງ ຫວຽດນາມ ໄດ້ເປີດບໍລິການ ໃນປີ 2015, ສວນສັດ Vinpearl Safari ຝູ໋ກວັກ ມີເນື້ອທີ່ ເຖິງ 380 ເຮັກຕາ, ໃນ ນັ້ນມີ 2 ພື້ນທີ່ຕົ້ນຕໍຄື: ສວນສັດເປີດ ແລະ ເຂດເຄິ່ງທຳມະສາດ (Safari). Vinpearl Safari ຝູ໋ກວັກ ມີສັດກວ່າ 4.500 ໂຕ ຈາກ 200 ຊະນິດ ໃນທົ່ວໂລກ, ໃນນັ້ນ ກວ່າ 40 ຊະນິດ ທີ່ໃກ້ຈະຖືກ ສູນພັນ ແລະ ຫາຍາກ ພ້ອມກັບ ລະບົບນິເວດທີ່ຫຼາກຫຼາຍ ຂອງ ພືດປະມານ 1.200 ຊະນິດ. ນັກທ່ອງທ່ຽວສາມາດ ມາຍັງ Vinpearl Safari ຝູ໋ກວັກ ເພື່ອຄົ້ນພົບ 10 ລະບົບຊີວະພາບ ແລະ ໄດ້ປະສົບກັບຄວາມຮູ້ສຶກຕື່ນເຕັ້ນ ເມື່ອ “ຄົນຖືກຂັງ, ສັດຖືກປ່ອຍ” ມີເປັນຄັ້ງທຳອິດຢູ່ ຫວຽດນາມ.
ຫຼັງຈາກຕອນບ່າຍ ຂອງ ການເບິ່ງ ປະເພດສັດປ່າ ທີ່ພວກຂ້າ ພະ ເຈົ້າສ່ວນຫຼາຍໄດ້ເຫັນ ພຽງແຕ່ໃນໂທລະພາບ ກ່ອນໜ້ານີ້, ຄະນະສືບຕໍ່ການເດີນທາງ ທີ່ໜ້າຄອງຄອຍທີສຸດ ໃນຄັ້ງນີ້, ນັ້ນແມ່ນໄປ ຍັງ “ເມືອງ ທີ່ບໍ່ເຄີຍນອນ” Grand World ຊຶ່ງເປັນກຸ່ມມ່ວນຊື່ນ ບັນ ເທີງ 24/7 ແລະ ເປັນສູນເຫດການ ຂອງກຸ່ມ ຝູ໋ກວັກ United Center. ຢູ່ທີ່ນີ້, ທຸກຄົນສາມາດທົດລອງຄວາມຮູ້ສຶກ ໃນຄືນທີ່ບໍ່ນອນ ດ້ວຍປະສົບການທຸກຢ່າງ ນັບແຕ່ ການນັ່ງເຮືອລ່ອງໄປຕາມແມ່ນ້ຳ, ຄົ້ນພົບ ກຳແພງບູຮານ ທີ່ໄດ້ສ້າງຄືນໃໝ່ ຢ່າງມີີຊີວິດຊີວາ ຢູ່ “ສິ່ງຍອດຍິ່ງ ຫວຽດນາມ”, ຊົມທິວທັດ ນະຄອນໃນຕອນກາງຄືນ ແລະ ຊົມລາຍການ ສິລະປະ “ສີສັນ Venice” ທີ່ສະແດງຄືນໃໝ່ ຮູບພາບຂອງເມືອງ Venice ຫຍໍ້ສ່ວນ ທີ່ເຫຼື້ອມລະຍິບລະຍັບ ແລະ ໂຣແມນຕິກ ຕະຫຼອດຮອດ ການຮັບປະທານອາຫານ ຢູ່ຕະຫຼາດ ກາງຄືນ ແລະ ເຈືອຈານ ເຂົ້າກັບບັນຍາກາດ ຂອງສຽງດົນຕີທີ່ຟົດ ຟື້ນຊອດແຈ້ງ.
ເປັນທີ່ຮູ້ຈັກກັນວ່າ ໃນໄລຍະຈະມາເຖິງ, Vinpearl ຈະສືບຕໍ່ເປີດສຳຜັດກັບບໍລິການທ່ອງທ່ຽວ ແລະ ຄວາມບັນເທີງ ທ່ີທໍາລາຍສະ ຖິຕິ ຫຼາຍຢ່າງ ຊຶ່ງພົ້ນເດັ່ນ ແມ່ນ ວັງ ຫາຍເວືອງ ຊຶ່ງເປັນໜຶ່ງໃນ ບັນດາສວນສັດນໍ້າ ໃຫຍ່ທີ່ສຸດໃນໂລກ, ຄາດວ່າຈະເປີດນຳໃຊ້ໃນລະດູຮ້ອນປີນີ້ ຢູ່ສວນສາທາລະນະ VinWonders ຝູ໋ກວັກ. ນີ້ ແມ່ນບ່ອນໃຊ້ຊີວິດ ແລະ ອະນຸລັກ ສິ່ງມີຊີວິດ ໃນທະເລ ກ່ວາ 300 ຊະນິດ ກັບເກືອບ 255.000 ໂຕ.
ດ້ວຍພື້ນຖານໂຄງລ່າງ ແລະ ການບໍລິການ ທີ່ສະດວກສະບາຍ, ລໍ້າຍຸກນີ້, Vinpearl ໄດ້ກຽມພ້ອມ ຕ້ອນຮັບນັກທ່ອງທ່ຽວ ສາກົນ ທີ່ ມາຍັງ ກຸ່ມທ່ອງທ່ຽວ ຝູ໋ກວັກ United Center ເພື່ອເພີດເພີນໄປກັບ ວັນພັກຜ່ອນ ຄົບວົງຈອນ ທີ່ປອດໄພ, ທັນສະໄໝ ແລະ ດຶງດູດໃຈ ຢູ່ໜຶ່ງ ໃນບັນດານະຄອນ ແຄມທະເລ ທີ່ສວຍງາມ ແລະ ປອດໄຟ ທີສຸດ ຂອງ ພາກພື້ນ.
- ບົດ: ເຊີນຫາຍ - ພາບ: ບ໊າວອວຽນ, ຮວ່າງຮ່າ, ເລມິງ ແລະ ເອກະສານ Vinpearl - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ