ຂ່າວສານ

ຝູກວັກ ຕ້ອນຮັບແຂກສາກົນ ຜູ້ທີ່ມີ IATA Travel Pass ນັບແຕ່ວັນທີ 20 ພະຈິກ ເປັນຕົ້ນໄປ

      ຄະນະກຳມະການປະຊາຊົນແຂວງ ກຽນຢາງ ຫາກໍປະກາດແຜນການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ມາ ຝູກວັກ ທີ່ມີ IATA Travel Pass (ປາດສະປໍ ສຸຂະພາບ). ການທົດລອງດັ່ງກ່າວຈະຜັນຂະຫຍາຍໃນໄລຍະເວລາ 6 ເດືອນ, ພາຍຫຼັງທີ່ປະຊາຊົນ ແລະ ຊາວຜູ້ອອກແຮງງານຢູ່ ຝູກວັກ ໄດ້ສັກວັກຊິນຄົບຕາມຈຳນວນກຳນົດ.
ຝູກວັກ ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວ (ພາບ: chinhphu.vn)
      ຄາດວ່າ, ນັບແຕ່ວັນທີ 20 ພະຈິກ ຈະເລີ່ມດຳເນີນການຕ້ອນຮັບຖ້ຽວບິນຈຳນວນໜຶ່ງມາ ຝູກວັກ ເພື່ອທົດລອງຂັ້ນຕອນຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວ. ນັບແຕ່ວັນທີ 20 ທັນວາ ເປັນຕົ້ນໄປ ຈະຜັນຂະຫຍາຍປະຕິບັດຕາມຂັ້ນຕອນ ໂດຍແບ່ງອອກເປັນ 2 ໄລຍະ.
            ເປົ້າໝາຍແຂກທ່ອງທ່ຽວສາກົນໄດ້ຮັບການເລືອກເຟັ້ນໃນການທົດລອງຄັ້ງນີ້ ແມ່ນບຸກຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນທີ່ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຕົ້ນແມ່ນ ເອີຣົບ, ຕາເວັນອອກກາງ, ອາຊີຕາເວັນອອກສ່ຽງເໜືອ, ອາຊີຕາເວັນອອກສ່ຽງໃຕ້, ອາເມລິກາເໜືອ,  ໂອເຊອານີ…
(ແຫຼ່ງຄັດຈາກ VOV)


top