ຂ່າວສານ

ຝຶກຊ້ອມການທະຫານ, ອາເມລິກາ ສະແດງກຳລັງແຮງຢູ່ທະເລຕາເວັນອອກ

      ໂດຍເປັນຄັ້ງທຳອິດໃນຮອບເວລາ 6 ປີ, ກໍ່າປັ່ນເດີ່ນບິນ 2 ລຳ ຂອງອາເມລິກາພ້ອມກັນຝຶກຊ້ອມການທະຫານຢູ່ເຂດທະເລຕາເວັນອອກໃນສະພາບການຈີນຝຶກຊ້ອມການທະຫານຢູ່ໃກ້ກັບໝູ່ເກາະ ເຈື່ອງຊາ (ຂຶ້ນກັບອະທິປະໄຕຂອງຫວຽດນາມ).

ກໍ່າປັ່ນເດີ່ນບິນ 2 ລຳເຊິ່ງແມ່ນ USS Nimitz ແລະ USS Ronald Reaganທີ່ການຝຶກຊ້ອມຢູ່ທະເລຕາເວັນອອກ (ພາບ: US Navy) 
      ຖະແຫຼງການຂອງທະຫານເຮືອ ອາເມລິກາໃຫ້ຮູ້ວ່າ, ໃນວັນທີ 6 ກໍລະກົດ ກໍ່າປັ່ນເດີ່ນບິນ 2 ລຳເຊິ່ງແມ່ນ USS Nimitz ແລະ USS Ronald Reagan ໄດ້ປະຕິບັດການຝຶກຊ້ອມການເຄື່ອນໄຫວສູ້ຮົບຕ່າງໆເພື່ອແນໃສ່ເສີມຂະຫຍາຍ ກຳລັງຄວາມສາມາດໃນການປ້ອງກັນທາງອາກາດໃຫ້ດີທີ່ສຸດ ແລະ ເປີດກ້ວາງຂອບຂະໜາດຂອງ ບັນດາການບຸກໂຈມຕີໄລຍະໄກຢູ່ທະເລທີ່ໄດ້ເລີ່ມຕົ້ນແຕ່ກໍ່າປັ່ນເດີ່ນບິນ. ນີ້ແມ່ນຄັ້ງທີ 2 ກໍ່າປັ່ນເດີ່ນບິນ 2 ລຳດັ່ງກ່າວຂອງ ອາເມລິກາ ຮ່ວມກັນເຄື່ອນໄຫວ ໃນພາກພື້ນດຽວກັນ ນັບແຕ່ປີ 2001 ແລະ ຢູ່ເຂດທະເລຕາເວັນອອກນັບແຕ່ປີ 2014. ຖະແຫຼງການຂອງທະຫານເຮືອອາເມລິກາ ໃຫ້ຮູ້ວ່າ ບັນດາຄວາມມານະພະຍາຍາມນີ້ ເພື່ອແນໃສ່ໜູນຊ່ວຍບັນດາຄຳໝັ້ນສັນຍາ ຂອງອາເມລິກາ ສຳລັບ ສິດຂອງບັນດາປະເທດທັງໝົດ ກ່ຽວກັບການເດີນເຮືອ, ການບິນ ແລະ ການເຄື່ອນໄຫວຢູ່ບ່ອນທີ່ ໄດ້ຮັບການອະນຸຍາດຈາກກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)
 


top