ຂ່າວສານ

ຝລັ່ງ ຮຽກ​ຮ້ອງ ເອີ​ລົບ ພັດ​ທະ​ນາ​ໂຄງ​ການ​ບິນ​ຂຶ້ນອາ​ວະ​ກາດແບບ​ມີ​ຄົນ​ຂັບ

ການ​ນຳ ​ຝ​ລັ່ງ ຍົກ​ອອກ​ຄຳ​ຮຽກ​ຮ້ອງ​ນີ້​ຢູ່ ກອ​ງ​ປະ​ຊຸມ​ສຸດຍອດ ອາ​ວະ​ກາດ ທີ່​ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ປາ​ຣີ, ທ່ານ​ Emmanuel Macron ເນັ້ນ​ໜັ້ກ​ວ່າ ຝ​ລັ່ງ​ ຢາກ​ໃຫ້ ເອີ​ລົບ ​ຢັ້ງ​ຢືນ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ​ໃນ​ຂົງ​ເຂດ​ການ​ບິນ​ອາ​ວະກາດ ແບບມີ​ຄົນ​ຂັບ​.
  ທ່ານ​ Emmanuel Macron ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ (ພາບ: VNA)  
ວັນ​ທີ 10 ກັນ​ຍາ, ທ່ານ​ Emmanuel Macron ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ໄດ້​ຮຽກ​ຮ້ອງ​ເອີ​ລົບ ພັດ​ທະ​ນາ​ກຳລັງຄວາມ​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ຖ້ຽວ​ບິນ​ຂຶ້ນອາ​ວະ​ກາດ​ແບບ​ມີ​ຄົນ​ຂັບ ໃນ​ໄລ​ຍະ​ເວ​ລາ 1 ທົດ​ສະ​ວັດ​ຈະ​ມາ​ເຖິງດ້ວຍ​ຕົນ​ເອງ, ຄື​ສ່ວນ​ໜຶ່ງ​ຂອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກວ່າອີກ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ຂະ​ແໜງ​ອາ​ວະ​ກາດ​ຂອງ​ ​ທະ​ວີບ​ນີ້. ການ​ນຳ ​ຝ​ລັ່ງ ຍົກ​ອອກ​ຄຳ​ຮຽກ​ຮ້ອງ​ນີ້​ຢູ່ ກອ​ງ​ປະ​ຊຸມ​ສຸດຍອດ ອາ​ວະ​ກາດ ທີ່​ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ປາ​ຣີ, ທ່ານ​ Emmanuel Macron ເນັ້ນ​ໜັ້ກ​ວ່າ ຝ​ລັ່ງ​ ຢາກ​ໃຫ້ ເອີ​ລົບ ​ຢັ້ງ​ຢືນ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ​ໃນ​ຂົງ​ເຂດ​ການ​ບິນ​ອາ​ວະກາດ ແບບມີ​ຄົນ​ຂັບ​. ທ່ານ​ກໍ່​ໄດ້​ຍົກ​ອອກວິ​ວັດ​ການ​ເຊິ່ງ​ທ່ານ​ຢາກໃຫ້​ ເອີ​ລົບ ​ບັນ​ລຸ​ໄດ້​ໃນ​ໜຶ່ງທົດ​ສະ​ວັດ​ຈະ​ມາ​ເຖິງ.

top