ຂ່າວສານ

ຜ່ອນ​ຜັນ​ເງື່ອນ​ໄຂ​ຖື​ສັນ​ຊາດ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ກົດໝາຍສະບັບນີ້ໄດ້ຜ່ອນຜັນນະໂຍບາຍເຂົ້າຖື ຫຼື ກັບຄືນຖືສັນຊາດ ຫວຽດນາມ; ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງລັດ ແລະ ພົນລະເມືອງ ເພື່ອແນໃສ່ຢັ້ງຢືນສິດອະທິປະໄຕແຫ່ງຊາດສຳລັບບັນຫາສັນຊາດ, ພ້ອມກັນນັ້ນ ກໍແມ່ນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຫັນລະບອບລະບຽບການບໍລິຫານ, ການໝູນໃຊ້ເຕັກໂນໂລຢີດີຈີຕອນ….
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ຕອນເຊົ້າວັນທີ 24 ມິຖຸນາ, ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສັນຊາດ ຫວຽດນາມ ດ້ວຍອັດຕາເຫັນດີຈາກສະມາຊິກສະພາແຫ່ງຊາດແມ່ນ 416/416 ທ່ານ. ກົດໝາຍສະບັບດັ່ງກ່າວ ມີຜົນບັງຄັບໃຊ້ແຕ່ວັນທີ 01 ກໍລະກົດ 2025.

        ສິ່ງທີ່ໜ້າສົນໃຈ, ກົດໝາຍສະບັບນີ້ໄດ້ຜ່ອນຜັນນະໂຍບາຍເຂົ້າ ຫຼື ກັບຄືນຖືສັນຊາດ ຫວຽດນາມ; ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງລັດ ແລະ ພົນລະເມືອງ ເພື່ອແນໃສ່ຢັ້ງຢືນສິດອະທິປະໄຕແຫ່ງຊາດສຳລັບບັນຫາສັນຊາດ, ພ້ອມກັນນັ້ນ ແມ່ນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຫັນລະບອບລະບຽບການບໍລິຫານ, ການໝູນໃຊ້ເຕັກໂນໂຢດີຈີຕອນ….

        ກ່ຽວກັບເງື່ອນໄຂຖືສັນຊາດ ຫວຽດນາມ, ກົດໝາຍສະບັບນີ້ໄດ້ກຳນົດພົນລະເມືອງຕ່າງປະເທດ ແລະ ຜູ້ທີ່ບໍ່ທັນມີສັນຊາດ ທີ່ເຮັດໃບຄຳຮ້ອງຂໍຖືສັນຊາດ ຫວຽດນາມ ອາດຈະໄດ້ຖືສັນຊາດ ຫວຽດນາມ ຖ້າມີເງື່ອນໄຂຕ່າງໆຄົບຖ້ວນ, ລວມມີ: ຜູ້ມີຄວາມສາມາດປະຕິບັດການກະທຳພົນລະເຮືອນຢ່າງຄົບຖ້ວນຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ, ເວັ້ນເສຍກໍລະນີ ຜູ້ຂໍທີ່ຍັງບໍ່ທັນເຕັມກະສຽນ ຂໍຖືສັນຊາດ ຫວຽດນາມ ຕາມຜູ້ເປັນພໍ່ ຫຼື ແມ່, ຜູ້ຍັງບໍ່ທັນເຕັມກະສຽນ ທີ່ມີພໍ່ ຫຼື ແມ່ເປັນພົນລະເມືອງ ຫວຽດນາມ; ປະຕິບັດຕາມລັດຖະທຳມະນູນ  ແລະ ກົດໝາຍ ຫວຽດນາມ; ເຄົາລົບວັດທະນະທຳ, ຮີດຄອງປະເພນີຂອງຊາດ ຫວຽດນາມ; ຮູ້ພາສາຫວຽດ ຢ່າງລຽນໄຫຼ ເພື່ອເຊື່ອມຕົວກັບສັງຄົມ ຫວຽດນາມ; ພວມພັກອາໄສຢູ່ ຫວຽດນາມ; ໄລຍະເວລາພັກອາໄສຢູ່ ຫວຽດນາມ ແຕ່ 05 ປີຂຶ້ນໄປ ໄລ່ຮອດຈຸດເວລາຂໍຖືສັນຊາດ ຫວຽດນາມ; ມີຄວາມສາມາດຮັບປະກັນການດຳລົງຊີວິດຢູ່ ຫວຽດນາມ ໄດ້. 


top