ຂ່າວສານ

ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ໃຫ້​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ ອາກເມເນຍ, ນິວຊີແລນ, ຕວັກກີ, ເປຣູ ເຂົ້າຍື່ນສານຕາຕັ້ງ ເລີ່ມອະຍຸການປະຕິບັດງານຢູ່ ຫວຽດນາມ.
ທ່ານ Suren Bagh DasaryAn ເອກອັກຄະລັດຖະທູດ ອາກເມເນຍເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດ ຫວຽດນາມ

ທີ່ການຕ້ອນຮັບທ່ານ Suren Bagh DasaryAn ເອກອັກຄະລັດຖະທູດ ອາກເມເນຍ, ທ່ານນາງ ຫວໍທິແອັງຊວັນ ຕີລາຄາວ່າການພົວພັນສອງປະເທດໃນໄລຍະຜ່ານມາ ມີບາດກ້າວພັດທະນາທີ່ດີງາມ ໃນຫຼາຍຂົງເຂດ, ພິເສດແມ່ນສະເພາະໃນປີ 2023 ວົງເງິນການຄ້າສອງປະເທດ ມີການເຕີບໂຕ 500% ເມື່ອທຽບໃສ່ກັບປີ 2022 ແມ່ນບັນລຸ 300 ລ້ານ USD.

ທີ່ການຕ້ອນຮັບທ່ານ ນາງ Caroline Rachel Beres Ford ເອກອັກຄະລັດຖະທູດ ນິວຊີແລນ, ທ່ານນາງ ຫວໍທິແອັງຊວັນ ເນັ້ນໜັກວ່າ ສອງຝ່າຍຄວນຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນໂຄງການກະທຳຄູ່ຮ່ວມມືຍຸດທະສາດ ໄລຍະ 2021 - 2024 ເພື່ອຫັນບັນດາຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ ທີ່ເປັນທ່າ ແລະ ຄວາມຕ້ອງການຂອງສອງຝ່າຍໃຫ້ປະກົດຜົນເປັນຈິງ.

ທີ່ການຕ້ອນຮັບທ່ານ Kor Han Kemik ເອກອັກຄະລັດຖະທູດ ຕວັກກີ, ທ່ານນາງ ຫວໍທິແອັງຊວັນ ສະເໜີໃຫ້ສອງຝ່າຍຄົ້ນຄ້ວາຄວາມອາດສາມາດໃນການເຈລະຈາສັນຍາການຄ້າເສລີ ສອງຝ່າຍ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ນຳການຄ້າສອງຝ່າຍ ບັນລຸໄດ້ເປົ້າໝາຍ 4 ຕື້ USD ໂດຍໄວ ຄືທີ່ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບ.

ທີ່ການຕ້ອນຮັບ ທ່ານ Patricia Yolanda Raez Porto Carr Rero ເອກອັກຄະລັດຖະທູດ ເປຣູ, ທ່ານນາງ ຫວໍທິແອັງຊວັນ ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນຈັດຕັ້ງສຳເລັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1994 - 2024) ແລະ ກະກຽມຢ່າງລອບຄອບຖີ່ຖ້ວນ ໃຫ້ແກ່ການຢ້ຽມຢາມສອງຝ່າຍຂອງ ປະທານປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ເປຣູ ໃນເດືອນພະຈິກຈະມາເຖິງ.  


top