ຂ່າວສານ

ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຄັ້ງທຳອິດເກືອບ 170 ສະຫາຍເປັນໄດ້ຮັບການບຳລຸງທັກສະຢູ່ ຮ່າໂນ້ຍ

ເລື່ອງກະກຽມທັກສະໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ, ໂດຍສະເພາະແມ່ນຜູ້ທີ່ເປັນຄັ້ງທຳອິດທີ່ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງແມ່ນມີຄວາມໝາຍສຳຄັນພິເສດ.
(ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ກ່າວຄຳເຫັນທີ່ພິທີໄຂ)

ກອງປະຊຸມບຳລຸງສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຄັ້ງທຳອິດ ຈັດຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ, ຢູ່ຫໍສະພາແຫ່ງຊາດ (ທີ່ ຮ່າໂນ້ຍ), ໂດຍມີຜູ້ສະໝັກຮັບເລືອກຕັ້ງເກືອບ 170 ສະຫາຍ, ຂຶ້ນກັບ 19 ແຂວງ, ນະຄອນຢູ່ພາກເໜືອ ແລະ ພາກກາງ ໄດ້ເຂົ້າຮ່ວມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ ພຽງໃນເວລາກວ່າ 1 ເດືອນອີກ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະກ້າວເຂົ້າສູ່ວັນບຸນໃຫຍ່ຂອງທົ່ວປວງຊົນ: ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ຜູ້ແທນສະພາປະຊາຊົນທຸກຂັ້ນໄລຍະປີ 2026 – 2031. ນີ້ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ຄຸນນະພາບການເຄື່ອນໄຫວອາຍຸການໃໝ່ຂອງສະພາແຫ່ງຊາດ ກ່ອນອື່ນໝົດແມ່ນອີງໃສ່ຄຸນນະພາບຖັນແຖວຜູ້ແທນ. ສະນັ້ນ, ເລື່ອງກະກຽມທັກສະໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ, ໂດຍສະເພາະແມ່ນຜູ້ທີ່ເປັນຄັ້ງທຳອິດທີ່ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງແມ່ນມີຄວາມໝາຍສຳຄັນພິເສດ.

        ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ຮຽກຮ້ອງວ່າ:

        “ຜູ້ອອກສະໝັກຮັບເລືອກຕັ້ງແຕ່ລະສະຫາຍຕ້ອງເປັນເຈົ້າການສ້າງໂຄງການກະທຳທີ່ມີລັກສະນະຊວນເຊື່ອ, ມີປະສິດທິຜົນ ແລະ ມີຄວາມເປັນໄປໄດ້. ປະສິດທິຜົນ, ກ່ອນອື່ນໝົດແມ່ນໂຄງການຕ້ອງເລີ່ມມາຈາກຕົວຈິງ, ສ່ອງແສງບັນດາບັນຫາເຊິ່ງທ້ອງຖິ່ນ ແລະ ປະຊາຊົນມີຄວາມສົນໃຈຢ່າງຖືກຕ້ອງ. ຄວາມເປັນໄປໄດ້, ແມ່ນໂຄງການຕ້ອງຕິດແທດກັບພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດໃນການເຄື່ອນໄຫວສ້າງກົດໝາຍ, ຕິດຕາມ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ”.


top