ຂ່າວສານ

ຜັນ​ຂະ​ຫຍາຍ​ ເດືອນ​ຈຸດ​ສຸມ​ທົ່ວ​ປະ​ເທດ​ຕ້ານ​ການ​ຂຸດ​ຄົ້ນ IUU

ເດືອ​ນ​ຈຸດ​ສຸມ​ຕ້ານ​ການ​ຂຸດ​ຄົ້ນ IUU ໄດ້​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ນັບ​ແຕ່​ວັນ​ທີ 15 ສິງ​ຫາ ຫາ​ວັນ​ທີ 15 ກັນ​ຍາ 2026.
  ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ການ​ກະ​ທຳ​ແກ້​ໄຂ​ຕາມ​ຂໍ້​ສະ​ເໜີ​ແນະ​ຂອງ EC ກ່ຽວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ຢູ່​ຢາ​ລາຍ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 14 ສິງ​ຫາ, ຢູ​່​ສູນກອງ​ປະ​ຊຸມ​ແຂວງ ຢາ​ລາຍ, ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຢາ​ລາຍ​ຈັດ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ ແຜນ​ການ​ກະ​ທ​ຳ​ແກ້​ໄຂ​ບັນ​ດາ​ຂໍ້​ສະ​ເໜີແນະຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ແລະ ຜັນ​ຂະ​ຫຍາຍ​ເດືອນ​ຈຸດ​ສຸມ​ໃນ​ການ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ພິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU).

ເດືອ​ນ​ຈຸດ​ສຸມ​ຕ້ານ​ການ​ຂຸດ​ຄົ້ນ IUU ໄດ້​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ນັບ​ແຕ່​ວັນ​ທີ 15 ສິງ​ຫາ ຫາ​ວັນ​ທີ 15 ກັນ​ຍາ 2026. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຂ້າງ​ໃນ​ການ​ຈົດ​ທະ​ບຽນ, ກວດ​ກາ, ອອກ​ໃບ​ອະ​ນຸ​ຍາດ; ຕິດ​ຕັ້ງ, ເຊື່ອມ​ຈອດ​ວັດ​ຖຸ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນ​ເຮືອ VMS, ຄວບ​ຄຸມ​ກຳ​ປັ່ນ​ຫາ​ປາ​ໃນ​ການ​ອອກ​ -ເຂົ້າທຽບ​ທ່າ, ອັບ​ເດັດ​ຂໍ້​ມູນ​ອາ​ຊີ​ຫາ​ປາ ແລະ ຄົ້ນ​ຫາ​ຕົ້ນ​ກຳ​ເນີດ​ສິນ​ໃນ​ນ້ຳ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫວໍ​ວັນ​ຮຶງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ IUU ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ເປົ້າ​ໝາຍ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຂ້າງ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ EC ຢ່າງ​ຄົບ​ຖ້ວນ, ແທ້​ຈິງ. ພວກ​ເຮົາ​ຕ້ອງ​​ເກ້ຍ​ກ່ອມ​ດ້ວຍ​ໝາກ​ຜົນຕົວ​ຈິງ​ໃນ​ການ​ປະ​ຕິ​ບັດ, ດ້ວຍ​ຂໍ້​ມູນ​ໂປ່ງ​ໃສ, ເອ​ກະ​ສານ​ມີ​ການກວດ​ກາ ແລະ ດ້ວຍ​ບັນ​ດາ​ການ​ເດີນ​ທາງ​ທະ​ເລ​ໃນ​ຕົວ​ຈິງ ແລະ ໃນ​ທົ່ວ​ລະ​ບົບ​​ຕ່ອງ​ໂສ້​ການສະ​ໜອງ​ສິນ​ໃນ​ນ້ຳ. ເລື່ອງ​ຍົກ​ເລີກ​ຄຳ​ກ່າວ​ເຕືອນ​ທາງ​ການ​ຄ້າ​ແມ່ນ​ການ​ຢັ້ງ​ຢືນ​ຄວາມ​ສາ​ມາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ອາ​ຊີບ​ຫາ​ປາ, ປົກ​ປ້ອງ​ແຫຼ່ງ​ຜົນ​ປະ​ໂຫຍດ​ຈາກ​ສິນ​​ໃນນ້ຳ, ປົກ​ປ້ອງ​ການ​ຫາ​ເງິນ​ລ້ຽງ​ຊີບ​ຍາວ​ນານ​ຂອງ​ຊາວ​ປະ​ມົງ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ສິນ​ໃນ​ນ້ຳ ຫວຽດ​ນາມ ແລະ ​ການ​ປະ​ຕິ​ບັດ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ມີ​ທະ​ເລ, ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.


top