ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໂດຍບັນດາທ້ອງຖິ່ນພວມຜັນຂະຫຍາຍດ້ວຍຄວາມຕັດສິນໃຈສູງ, ມີຄວາມຄືບໜ້າຢ່າງແໜ້ນແຟ້ນ.
ຄະນະປະຕິບັດງານເລກ 14 ຂອງຄະນະພັກນະຄອນ ຮ່າໂນ້ຍ ລົງກວດກາວຽກງານເລືອກຕັ້ງ (ພາບ: hanoi.gov.vn)
ຄະນະພັກນະຄອນ ຮ່າໂນ້ຍ ພວມຈັດບັນດາຄະນະກວດກາວຽກງານເລືອກຕັ້ງຢູ່ບັນດາຕາແສງໃນບໍລິເວນນະຄອນ ເພື່ອແນໃສ່ເຊື່ອມຊືມບັນດາເນື້ອໃນສຳຄັນໃນວຽກງານເລືອກຕັ້ງ ແລະ ບັນດາຈຸດທີ່ຕ້ອງເອົາໃຈໃສ່ຜັນຂະຫຍາຍບັນດາບາດກ້າວຕາມຂໍ້ກຳນົດ. ຈຸດສຸມທີ່ໄດ້ເນັ້ນໜັກລວມມີ: ວຽກງານບຸກຄະລາກອນ, ເອກະສານຜູ້ສະໝັກຮັບເລືອກຕັ້ງ, ຈັດຕັ້ງບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ວຽກງານໂຄສະນາດ ລະດົມກຳລັງໃຈ…
ຢູ່ນະຄອນໂຮ່ຈີມິນ, ບັນດາວຽກງານຈຸດສຸມໃນການກະກຽມໃຫ້ແກ່ວຽກງານເລືອກຕັ້ງຢູ່ 168 ຕາແສງ ແລະ ເຂດພິເສດໄດ້ຮັບການປະຕິບັດສຳເລັດ. ທ່ານ ຫງວຽນເຕິນຝອງ ຮອງຫົວໜ້າພະແນກພາຍໃນ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
ວຽກງານກະກຽມໄດ້ໄປຖືກຕ້ອງຄວາມຄືບໜ້າຕາມການຊີ້ນຳຂອງສູນກາງ ແລະ ຂໍ້ກຳນົດກົດໝາຍ. ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດ ຂອງທັງລະບົບການເມືອງ, ວຽກງານເລືອກຕັ້ງໃນບໍລິເວນນະຄອນ ໂຮ່ຈີມິນ ຈະຮັບປະກັນໃຫ້ຖືກຕ້ອງຕາມຂໍ້ກຳນົດ ແລະ ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.