ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ປະຕິບັດແນວທາງການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເຂັ້ມງວດ.
(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 17 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມການເມືອງທົ່ວກອງທັບ, ຕີລາຄາໝາກຜົນການຊີ້ນຳ, ນຳພາການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດປີ 2025 ແລະ ຜັນຂະຫຍາຍໜ້າທີ່ດ້ານການທະຫານ, ການປ້ອງກັນຊາດປີ 2026. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສືບຕໍ່ຊາບຊຶມ, ປະຕິບັດແນວທາງການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເຂັ້ມງວດ, ມີປະສິດທິຜົນ; ສຸມໃສ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ; ປ່ຽນແປງໃໝ່, ຍົກສູງຄຸນນະພາບການຝືກຊ້ອມ, ບຳລຸງສ້າງ, ສອດຄ່ອງກັບເງື່ອນໄຂຕໍ່ສູ້ໃໝ່; ປົກປັກຮັກສາເຂດນ່ານຟ້າ, ເຂດທະເລ, ຊາຍແດນ, ພາຍໃນປະເທດ, ທາງໄຊເບີ ແລະ ບໍລິເວນຈຸດສຸມ.
ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຮີບເຮັ່ງສ້າງເອກະສານໃຫ້ສົມບູນແບບ ເພື່ອຜັນຂະຫຍາຍກົດໝາຍ 51 ສະບັບ, ມະຕິເກນກຳນົດ 08 ສະບັບ ທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 15.