ຂ່າວສານ

ຜັນຂະຫຍາຍນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີ ທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ

      ວັນທີ 19 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັບ ສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງກອງປະຊຸມຜັນຂະຫຍາຍປະຕິບັດລະບອບ, ນະໂຍບາຍ ສໍາລັບຊາວຫວຽດນາມ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດໍາລົງຊີວິດຢູ່ຕ່າງປະເທດ ຕາມດໍາລັດຂອງລັດຖະບານ. 

ທ່ານ ຫງວຽນບ໊າຫຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ  ລາວ ກ່າວຄໍາເຫັນທີ່ກອງປະຂຸມ (ພາບ: baophapluat.vn)
      ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນຕົ້ນຕໍຂອງດໍາລັດສະບັບດັ່ງກ່າວ ແລະ ໄດ້ແນະນໍາລະອຽດ ໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດໍາລົງຊີວິດຢູ່ລາວ ກ່ຽວກັບວິທີການເຮັດສໍາເນົາເອກະສານຊົມໃຊ້ລະບອບດັ່ງກ່າວ; ວຽກງານສົມທົບກັນລະຫວ່າງບັນດາອົງການກ່ຽວຂ້ອງ, ລະຫວ່່າງສະຖານທູດຫວຽດນາມ, ສະຖານກົງສູນຢູ່ບັນດາເຂດພາກ ກັບບັນດາອົງການຂອງລັດ, ເຊິ່ງຫົວໜ່ວຍຮັບຜິດຊອບແມ່ນກົມນະໂຍບາຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມໃນການຮັບ, ກວດກາສໍາເນົາເອກະສານ, ເພື່ອແນໃສ່ນໍາດໍາລັດສະບັບດັ່ງກ່າວເຂົ້າໃນຊີວິດຕົວຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງຊາວຫວຽດນາມ ຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ພວມດໍາລົງຊີວິດຢູ່ລາວ.
 (ແຫຼ່ງຄັດຈາກ VOV)


top