ບໍລິສັດ ຫຸ້ນສ່ວນ ທຸ ລະກິດ- ປຸງແຕ່ງຜະລິດຕະພັນກະເສດ ບ່າວມິງ ໄດ້ເປີດຕົວ ຜະລິດຕະພັນເຂົ້າອິນຊີ ຍີ່ຫໍ້ Queen Rice. ນີ້ແມ່ນ ຜະລິດຕະພັນເຂົ້າອິນຊີ ຖືກຜະລິດຢູ່ພາກເໜືອ, ມີອາກາດໜາວເຢັນທີ່ເປັນເອກະລັກ, ຕົ້ນເຂົ້າເຕີບໃຫຍ່ໃນສະພາບອາກາດ ທ່ີໜາວເຢັນ ແລະ ສຸກໃນສະພາບອາກາດຮ້ອນ, ເຮັດໃຫ້ມີ ລົດຊາດ ແລະ ຄວາມຫອມແຊບ ທ່ີໂດດເດັ່ນ.
ພິທີຕັດແຖບຜ້າ ເປີດຕົວຜະລິດຕະພັນເຂົ້າອິນຊີ ຍີ່ຫໍ້ Queen Rice
ປັດຈຸບັນ, ຄວາມປອດໄພດ້ານສະບຽງອາຫານ ຖືເປັນບັນ ຫາສໍາຄັນອັນດັບຕົ້ນໆ ຂອງ ສັງຄົມ. ການໃຊ້ ຢາປາບສັດຕູພືດ, ປຸ໋ຍເຄມີ ແລະ ສານເຄມີ ທີ່ເປັນພິດ ເຂົ້າໃນການຜະ ລິດສະບຽງອາຫານ ເຮັດໃຫ້ເກີດຄວາມສ່ຽງ ຢ່າງຮ້າຍແຮງ ຕໍ່ສຸຂະພາບ ຂອງມະນຸດ ແລະ ສິ່ງແວດລ້ອມ. ເຂົ້າ ແມ່ນໜຶ່ງໃນສະບຽງອາຫານ ທີ່ສໍາຄັນສຸດ ຍັງຕ້ອງປະເຊີນກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ ຈາກການໃຊ້ສານພິດ ໃນລະຫວ່າງການຜະລິດ ແລະ ປຸງແຕ່ງ.
ເຂົ້າສານອິນຊີ Queen Rice ມີ 3 ສາຍພັນຕົ້ນຕໍຄື: ເຂົ້າ ແຊ໋ງກູ່, ເຂົ້າ ST25 ແລະ ເຂົ້າ Japonica.
ເປັນເວລາເກືອບ 30 ປີ ທີ່ໄດ້ພ້ອມກັບຊາວກະສິກອນ ອະ ນຸລັກຮັກສາ ແລະ ພັດທະນາເຂົ້າພິເສດ, ດ້ວຍຄວາມປາດຖະໜາ ຢາກໃຫ້ຊາວກະສິກອນ ສ້າງຮັ່ງຄູນມີ ຈາກຕົ້ນເຂົ້າ, ຜະລິດຕະພັນພິເສດ ທີ່ຕິດພັນກັບຊາວ ຫວຽດນາມຫຼາຍລຸ້ນຄົນ ກໍຄືນຳບັນດາຜະລິດຕະພັນເຂົ້າພິເສດ ທີ່ສົດ, ແຊບ, ສະອາດ ອອກສູ່ຕະຫຼາດ ເປັນສິ່ງທີ່ ບ່າວມິງ ເອົາໃຈໃສ່ທີ່ສຸດ. ຍ້ອນເຫດນັ້ນ ເຂົ້າອິນຊີ Queen Rice ຂອງ ບ່າວມິງ ຈຶ່ງເກີດຂຶ້ນ.ບັນດາຜະລິດຕະພັນຂອງ ບ່າວມິງ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ.
ຜະລິດຕະພັນເຂົ້າ ອິນຊີ Queen Rice ປະກອບມີ 3 ສາຍພັນຕົ້ນຕໍຄື: ເຂົ້າ ST25 ນາ “ເຣືອຍ” ອິນຊີ, (ເຂົ້ານາ ເຣືອຍ ເປັນຜະລິດຕະພັນ ຈາກຮູບແບບ ການຜະລິດ ໂດຍອີງໃສ່ ສະພາບແວດລ້ອມ ຮ່ວມດຳລົງຊີວິດ ຂອງໂຕເຣືອຍ (ໃນຕະ ກຸນ ຂີ້ກະເດືອນ) ແລະ ຕົ້ນເຂົ້າ). ນີ້ແມ່ນປະເພດເຂົ້າ ແຊບທີ່ສຸດໂລກ ໃນປີ 2019, ໄດ້ເປັນທີ່ຮູ້ຈັກ ຂອງ ລູກຄ້າ ກັບປະ ເພດເຂົ້າ “ລົ໋ວໂຕມ” (ປູກ ໝູນວຽນລະຫວ່າງເຂົ້າ ແລະ ກຸ້ງ) ຢູ່ພາກໃຕ້. ເຂົ້າ JAPONICA ມີທາດ ກລູຊິດ, ໄຂມັນ, ໂປຼຕິນ ແລະ ບັນດາແຮ່ທາດ ທີ່ດີຕໍ່ສຸຂະພາບເຊັ່ນ: manesium, selenium... ເຂົ້າ Japonica ມີດັດຊະນີ ນໍ້າຕານໃນເລືອດ (GI) ຢູ່ລະດັບປານກາງ, ເໝາະສໍາລັບຄົນທີ່ເປັນພະຍາດຕັບ ແລະ ພະຍາດຫືດ, ຄວາມດັນເລືອດຕ່ຳ ແລະ ພະຍາດ ທີ່ກ່ຽວພັນເຖິງ ຫົວໃຈ. ເຂົ້າ ແຊ໋ງກູ່ ແຮ່ທາດ, ນີ້ແມ່ນປະເພດເຂົ້າພິເສດ ທີ່ທຽບເທົ່າກັບເຂົ້າອິນຊີ ແມ່ນປະເພດເຂົ້າ ແຊ໋ງກູ່ “ອາບ” ແຮ່ທາດ-ມີປະລິມານແຮ່ທາດ ຕົກຄ້າງ ແລະ ທາດບຳລຸງ ໄຫຼລົງມາຈາກເທິງພູ ກາຍເປັນແຫຼ່ງນໍ້າຫົດ ໃຫ້ແນວພັນເຂົ້າ ແຊ໋ງກູ່ ທີ່ໄດ້ຜະລິດ ມາເປັນເວລາຫຼາຍພັນປີມາແລ້ວ.
ຜະລິດຕະພັນເຂົ້າອິນຊີ Queen Rice ຖືກປຸງແຕ່ງເປັນເຂົ້າ ເພື່ອໃຫ້ລູກຄ້າໄດ້ສໍາຜັດ.
ລູກຄ້າຢ້ຽມຢາມບັນດາຫ້າງຮ້ານແນະນໍາຜະລິດຕະພັນເຂົ້າອິນຊີ Queen Rice.
ການປະກົດຕົວ ຂອງ Queen Rice ແລະ ເຂົ້າ ບ່າວມິງ ບໍ່ພຽງແຕ່ເປັນທາງເລືອກ ທີ່ສະຫຼາດ ກ່ຽວກັບຄຸນນະພາບ ສະ ບຽງອາຫານເທົ່ານັ້ນ, ແຕ່ຍັງເປັນບາດກ້າວສໍາຄັນ ໃນການ ຮັບປະກັນ ຄວາມປອດໄພດ້ານສະບຽງອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ຄົນຮຸ່ນຫຼັງອີກດ້ວຍ.