ຂ່າວສານ

ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ຍົກ​ອອກ​ບັນ​ດາ​ຖະ​ແຫຼງ​ການ​ແຂງ​ກະ​ດ້າງ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ອາເມລິກາ ພ້ອມແລ້ວທີ່ຈະໝູນໃຊ້ “ມາດຕະການພາສີອາກອນຢ່າງແຮງ” ແນໃສ່ບັງຄັບໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖອຍອອກຈາກການປະທະກັນທີ່ແກ່ຍາວໃນສາມປີເຄິ່ງທີ່ຜ່ານມາກັບ ຢູແກຼນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 23 ກັນຍາ (ພາບ: REUTERS)

ວັນທີ 23 ກັນຍາ, ໃນບົດກ່າວປາໄສທໍາອິດຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ນັບແຕ່ເມື່ອກັບຄືນມາທຳນຽບຂາວໃນເດືອນມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຫຼາຍຖະແຫຼງການແຂງກະດ້າງກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ນະໂຍບາຍອົບພະຍົບ ແລະ ການປະທະກັນຢູ່ຕາເວັນອອກກາງ, ພ້ອມດຽວກັນນັ້ນກໍ່ຄັດຄ້ານບັນດາຄວາມມານະພະຍາຍາມຮັບຮອງລັດ ປາແລັດສະຕິນ.

        ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ພ້ອມແລ້ວທີ່ຈະໝູນໃຊ້ “ມາດຕະການພາສີອາກອນຢ່າງແຮງ” ແນໃສ່ບັງຄັບໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖອຍອອກຈາກການປະທະກັນທີ່ແກ່ຍາວໃນສາມປີເຄິ່ງທີ່ຜ່ານມາກັບ ຢູແກຼນ. ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ ບັນດາມາດຕະການນີ້ ຈະມີປະສິດທິຜົນຖ້າບັນດາສຳພັນທະມິດເອີຣົບໝູນໃຊ້ພ້ອມກັບບັນດາມາດຕະການເຊິ່ງທ່ານສະເໜີ.


top