ຕອນບ່າຍວັນທີ 24 ມີນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານ Kamran Bayram Aliyev, ປະທານອົງການໄອຍະການສູງສຸດ ອາເຊັກໄບຢານ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານ Kamran Bayram Aliyev, ປະທານອົງການໄອຍະການສູງສຸດ ອາເຊັກໄບຢານ
ທີ່ການຕ້ອນຮັບ, ທ່ານປະທານປະເທດ ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ອາເຊັກໄບຢານ ເວົ້າລວມ ແລະ ການຮ່ວມມືສອງຝ່າຍລະຫວ່າງອົງການຕຸລາການສອງປະເທດເວົ້າສະເພາະ. ເພື່ອໃຫ້ໝາກຜົນການຮ່ວມມືລະຫວ່າງອົງການໄອຍະການສອງປະເທດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍມີການແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນໄປມາຫາສູ່ຢ້ຽມຢາມ, ເຮັດວຽກ ແລະ ຄົ້ນຄວ້າ ແນໃສ່ເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ການຮ່ວມມືອັນແໜ້ນແຟ້ນໃນການບຳລຸງສ້າງ, ຝຶກອົບຮົມພະນັກງານ, ໄອຍະກອນຂອງສອງຝ່າຍ; ຕັ້ງໜ້າສະໜັບສະໜູນຂໍ້ລິເລີ່ມຂອງກັນໃນເວທີປາໄສຮ່ວມມືສາກົນຫຼາຍຝ່າຍ ເຊິ່ງ 2 ປະເທດເປັນສະມາຊິກ.
ໂດຍເຫັນດີກັບບັນດາຄຳເຫັນຂອງທ່ານປະທານປະເທດ ຫວຽດນາມ, ທ່ານປະທານອົງການໄອຍະການສູງສຸດ ອາເຊັກໄບຢານ, Kamran Bayram Aliyev ໄດ້ແຈ້ງໃຫ້ທ່ານປະທານປະເທດຮັບຊາບກ່ຽວກັບໝາກຜົນການເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ, ໂດຍໃຫ້ຮູ້ວ່າ ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ຜ່ານນັ້ນແລ້ວ ຈະປະກອບສ່ວນນຳການພົວພັນລະຫວ່າງສອງອົງການໄອຍະການເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າ.