ຂ່າວສານ

ປ​ະ​ຊາ​ຊົນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຕັ້ງ​ຄວາມ​ຫວັງ​ຕໍ່​ບັນ​ດາ​ກິດ​ຈ​ະ​ກຳ, ໂຄງ​ການ​ຈຸດ​ສຸມ

ເລື່ອງມີ 234 ກິດຈະກຳ, ໂຄງການພື້ນຖານໂຄງລ່າງຈຸດສຸມໃນທົ່ວປະເທດໄດ້ຮັບການເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ, ນຳເຂົ້າໃຊ້ງານໃນຕອນເຊົ້າວັນທີ 19 ທັນວານັ້ນ, ພວມໄດ້ຮັບຄວາມສົນໃຈ, ການລໍຄອຍຈາກປະຊາຊົນຈຳນວນຫຼາຍຢູ່ທ້ອງຖິ່ນຕ່າງໆ.

ໂດຍເປັນສັກຂີພິຍານພິທີເລີ່ມລົງມືກໍ່ສ້າງໂຄງການເຂດຕົວເມືອງກິລາ Olympic ໂດຍມີການເຂົ້າຮ່ວມຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ເຊິ່ງແມ່ນ 1 ໃນ 2 ໂຄງການໃຫຍ່ຂອງນະຄອນຫຼວງ ຮ່າໂນ້ຍ, ປະຊາຊົນຢູ່ຕາແສງ ເທື້ອງຟຸກ ມີຄວາມປະຕິຊົມຊື່ນ, ເອກອ້າງທະນົງໃຈ ເມື່ອມີກິດຈະກຳໃຫຍ່ລະດັບໂລກ, ປະສົມລະຫວ່າງຕົວເມືອງກັບກິລາ, ການບໍລິການ ທີ່ໄດ້ເລີ່ມລົງມືກໍ່ສ້າງຢູ່ບ້ານເກີດເມືອງນອນຂອງຕົນ.

  ພິທີເລີ່ມລົງມືກໍ່ສ້າງໂຄງການເຂດຕົວເມືອງກິລາ Olympic (ພາບ: VOV)  
ກໍຢູ່ນະຄອນ ຮ່າໂນ້ຍ, ຕອນເຊົ້າວັນທີ 19 ທັນວາ, ຢູ່ເທດສະບານ ຝູເທື້ອງ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງເສັ້ນທາງຫຼວງທັດສະນີຍະພາບ ແມ່ນ້ຳແດງ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ແລະ ມອບຂໍ້ຕົກລົງໃຫ້ຜູ້ຕາງໜ້າໃຫ້ແກ່ຜູ້ຮ່ວມທຸລະກິດບັນດານັກລົງທຶນ.  ເມື່ອເຫັນກັບຕາພິທີເລີ່ມລົງມືກໍ່ສ້າງໂຄງການດັ່ງກ່າວ, ລຸງ ໂງສີທຽນ, ປະຊາຊົນເທດສະບານ ຝູເທື້ອງ ສະແດງຄວາມຮູ້ສຶກວ່າ:

        “ພວກຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບໂຄງການນີ້ມາດົນແລ້ວ. ໂຄງການນີ້ບໍ່ພຽງແຕ່ສ້າງຄວາມງາມໃຫ້ແກ່ນະຄອນຫຼວງເທົ່ານັ້ນ, ຫາກຍັງປະຊາຊົນ ຝູເທື້ອງ ກໍໄດ້ຊົມໃຊ້ຜົນປະໂຫຍດເຊັ່ນດຽວກັນ. ພວກຂ້າພະເຈົ້າດີໃຈຫຼາຍ ແລະ ຫວັງວ່າ ໂຄງການໄດ້ຮັບການກໍ່ສ້າງຖືກຕ້ອງຕາມຄວາມຄືບໜ້າ”.

        ຢູ່ແຂວງ ລາວກາຍ, ພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ກໍໄດ້ດຳເນີນໃນຕອນເຊົ້າຂອງວັນດຽວກັນ. ໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ມີຄວາມຍາວທັງໝົດປະມານ 390 ກິໂລແມັດ ໂດຍໄປຜ່ານ 8 ແຂວງ, ນະຄອນ, ເຊື່ອມຕໍ່ກັບເສັ້ນທາງລົດໄຟ ເຂືອເຂົາ (ຈີນ). ອ້າຍ ໂງວັນເທິ້ນ, ປະຊາຊົນຢູ່ໜ່ວຍ ເຊິນໝານ 1, ເທດສະບານ ລາວກາຍ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າລ້ວນແຕ່ມີຄວາມຮ່ວມຈິດຮ່ວມໃຈ, ເພາະວ່າເປັນໂຄງການແຫ່ງຊາດ ສະນັ້ນ, ພວກຂ້າພະເຈົ້າຈະສະໜັບສະໜູນຢ່າງສຸດຂີດ. ເຖິງວ່າທ້າຍປີແລ້ວ, ແຕ່ພວກຂ້າພະເຈົ້າກໍພ້ອມແລ້ວທີ່ຈະຍົກຍ້າຍໄປຢູ່ບ່ອນໃໝ່. ຫວັງວ່າ ໂຄງການນີ້ຈະກໍ່ສ້າງສຳເລັດໄວໆນີ້, ແນ່ນອນວ່າ ຈະອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ.”


top