ຂ່າວສານ

ປ​ຊ​ຊ ​ມີຄວາມ​ຫວັງ​ວ່າ ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ແລະ ກົງ​ຈັກ​ການ​ນຳ​ພັກ​ສະ​ໄໝ​ທີ XIV ຈະ​ນ​ຳປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່

ເມື່ອຕິດຕາມວາລະອັດກອງປະຊຸມໃຫ່ຍຄະນະຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຈັດຂຶ້ນໃນຕອນບ່າຍຂອງວັັນທີ 23 ມັງກອນ, ປຊຊ ໄດ້ສະແດງຄວງາມປິຕິຊົມຊື່ນ ເມື່ອກອງປະຊຸມໃຫ່ຍໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານເລຂາທິການໃຫ່ຍ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມໃຫ່ຍ (ພາບ: daihoidangtoanquoc.vn)

ຕາມພະນັກງານ, ສະມາຊິກພັກ ແລະ ປຊຊ, ເລື່ອງທ່ານເລຂາທິການໃຫ່ຍ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫ່ຍ ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ອີກສະໄໝໜຶ່ງ ແມ່ນການຄັດເລືອກທີ່ສະຫຼາດສ່ອງໄສ, ຮັບຮູ້ບົດບາດ, ຄຸນນະທາດ, ບົດຮຽນປະສົບການການນຳຂອງທ່ານເລຂາທິການໃຫ່ຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຂົ້າໃນການນຳພາປະເທດຊາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

  ເລື່ອງກອງປະຊຸມໃຫ່ຍໄດ້ເລືອກຕັ້ງ ທ່ານເລຂາທິການໃຫ່ຍ ໂຕເລີມ ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫ່ຍ ພ້ອມກັບສະມາຊິກຂອງກົມການເມືອງສືບຕໍ່ນຳພາພັກ, ປະເທດຊາດ, ຊາດ ຫວຽດນາມ ແມ່ນພື້ນຖານເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ປະເທດຊາດໃນໄລຍະຈະມາເຖິງ ຈະມີຄວາມສະຖຽນລະພາບ, ມີການບຸກທະລຸໃນທຸກຂົງເຂດ.


top