ຂ່າວສານ

ປ​ຊ​ຊ ເປັນ​ກົກເຄົ້າ​: ແນວ​ຄິດ​ລຸ​ລ່ວງ​ໃນ​ທຸກ​ນະ​ໂຍ​ບາຍຊີ້ຂາດ

ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດຫຼາຍການກຳນົດທິດໃຫຍ່ທີ່ມີລັກສະນະຍຸດທະສາດຕໍ່ການພັດທະນາຂອງປະເທດຊາດໃນໄລຍະໃໝ່. ໃນນັ້ນ, ທັດສະນະ “ປຊຊ ເປັນກົກເຄົ້າ” ແມ່ນແນວສຄິດລຸລ່ວງ, ຄອບງຳການວາງແຜນກຳນົດແຜນນະໂຍບາຍ, ນະໂຍບາຍ ກໍ່ຄືການຈັດຕັ້ງປະຕິບັດໃນທົ່ວລະບົບການເມຶອງ.
ທ່ານ ເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານ (ພາບ: TTXVN)

“ປຊຊ ເປັນກົກເຄົ້າ” ບໍ່ພຽງແຕ່ແມ່ນບົດຮຽນເທົ່ານັ້ນ, ຫາກຍັງແມ່ນແນວຄິດໃຫຍ່, ເນື້ອໃນທີມີລັກສະນະກົດເກນຂອງການພັດທະນາຂອງການປະຕິວັດ ແລະ ຂອງຊາດ ຫວຽດນາມ ອີກດ້ວຍ. ປຊຊ ເປັນກົກເຄົ້າ ຍັງແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ໄດ້ເຕື້ອງເຖິງຢູ່ເອກະສານສະບັບຕ່າງໆທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ບົດບາດໃຈກາງຂອງ ປຊຊ ໃນພາລະກິດການປະຕິວັດ

     ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ອີກເທື່ອໜຶ່ງ, ບົດຮຽນ “ຖື ປຊຊ ເປັນກົກເຄົ້າ” ໄດ້ຮັບການເນັ້ນໜັກເປັນພິເສດ. ບັນດາເອກະສານກອງປະຊຸມໄດ້ຫັນແນວຄິດ “ຖື ປຊຊ ເປັນກົກເຄົ້າ” ເປັນທັນສະໄໝ ກາຍເປັນມາດຖານເພື່ອຕີລາຄາ: ໄມ້ຫຼາວັດແທກສູງສຸດຂອງທຸກນະໂຍບາຍຊີ້ຊາດ. ນີ້ບໍ່ພຽງແຕ່ແມ່ນຄຳຢັ້ງຢືນທີ່ມີລັກສະນະຄຸນຄ່າເທົ່ານັ້ນ, ຫາກຍັງແມ່ນຄຳຮຽກຮ້ອງອັນລະອຽດທີ່ສຸດກ່ຽວກັບວິທີການຄຸ້ມຄອງແຫ່ງຊາດ. ສິ່ງນີ້ສະແດງໃຫ້ເຫັນວ່າ ນອກຈາກຜົນປະໂຫຍດຂອງຊາດ, ຂອງຊົນຊັ້ນ, ພັກກອມມູນິດ ຫວຽດນາມ ບໍ່ມີຜົນປະໂຫຍດອື່ນໆອີກ, ທຸກຜົນປະໂຫຍດລ້ວນແຕ່ແມ່ນເພື່ອ ປຊຊ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢືນຢັນວ່າ:

    ແນວຄິດລຸລ່ວງໃນເອກະສານກອງປະຊຸມໃຫຍ່ ແລະ ກໍ່ແມ່ນກົກເຄົ້າກຳລັງແຮງຂອງການປະຕິວັດ ຫວຽດນາມ: ນັ້ນແມ່ນ “ຖື ປຊຊ ເປັນກົກເຄົ້າ”. ປຊຊ ເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ, ກຳລັງໜູນ ແລະ ແຫຼ່ງກຳລັງຂອງການພັດທະນາ. ທຸກແນວທາງ, ນະໂຍບາຍຕ້ອງມຸ່ງໄປສູ່ການຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ; ຮັບປະກັນສິດເປັນເຈົ້າຂອງ ປຊຊ, ເຄົາລົບ, ຮັບຟັງ ແລະ ອີງຕາມ ປຊຊ.

ບົດບາດໃຈກາງຂອງ ປຊຊ ໃນພາລະກິດການປະຕິວັດ

      ສິ່ງທີ່ໜ້າສົນໃຈແມ່ນ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ຫັນແນວຄິດ “ຖື ປຊຊ ເປັນກົກເຄົ້າ” ເປັນທັນສະໄໝ ກາຍເປັນມາດຖານຕີລາຄາ: ໄມ້ຫຼາວັດແທກສູງສຸດຂອງທຸກນະໂຍບາຍຊີ້ຂາດ. ນີ້ບໍ່ພຽງແຕ່ແມ່ນຄຳຢືນຢັນທີ່ມີລັກສະນະຄຸນຄ່າເທົ່ານັ້ນ, ຫາກຍັງແມ່ນຄຳຮຽກຮ້ອງລະອຽດທີ່ສຸດກ່ຽວກັບວິທີການຄຸ້ມຄອງແຫ່ງຊາດອີກດ້ວຍ. ນີ້ກໍ່ແມ່ນສານຫຼັກແຫຼ່ງ ແລະ ມີລັກສະນຍຸກສະໄໝ ຊື່ງເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

    ຄວາມເຊື່ອມໝັ້ນຂອງ ປຊຊ ທີ່ມີຕໍ່ພັກບໍ່ໄດ້ມາຈາກຄຳເວົ້າ, ຫາກໄດ້ມາຈາກການກະທຳ, ຈາກຄວາມຍຸດຕິທຳ, ຊື່ກົງຂອງພະນັກງານ, ຈາກປະສິດທິຜົນຂອງກົງຈັກ, ຈາກຄວາມຍຸດຕິທຳໃນການຊົມໃຊ້, ຈາກໝາກຜົນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຮ້ອນໃຈຢ່່່າງຊອບທຳຂອງ ປຊຊ, ວິສາຫະກິດຢ່າງທັນການ, ລອບຄອບຖີ່ຖ້ວນ.

ທ່ານສາດສະດາຈານ Carly Thayer (ພາບ: ຫວຽດງາ)

ໃນມູມມອງຂອງສາກົນ, ທ່ານສາສະດາຈານ Carly Thayer, ສັງກັດວິທະຍາຄານປ້ອງກັນຊາດ ອົດສະຕາລີ ຕີລາຄາວ່າ: ແນວຄິດ “ຖື ປຊຊ ເປັນກົກເຄົ້າ” ແມ່ນພື້ນຖານໃນທຸກນະໂຍບາຍຊີ້ຂາດ ບໍ່ພຽງແຕ່ເພື່ອສະແດງໃຫ້ເຫັນວ່າ ທັດສະນນີ້ໄດ້ຮັບການສືບທອດໃນຫຼາຍປີຜ່ານມາເທົ່ານັ້ນ, ຫາກໃນປະຈຸບັນ ພັດກາຍເປັນສິ່ງສຳຄັນພິເສດ ໃນຂະນະທີ່ມະນຸດເປັນກຳລັງພາຍໃນ,  ເປັນກຳລັງແຮງຂອງຊາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກະລາດໃໝ່:

        ຫົວເລື່ອງນີ້ໄດ້ສະແດງໃຫ້ເຫັນຢ່າງພົ້ນເດັ່ນໃນເອກະສານທຸກສະບັບ. ພວກເຮົາສາມາດເຫັນໄດ້ໃນບັນດາເນື້ອໃນກ່ຽວກັບການພັດທະນາແບບຍືນຍົງ, ສຸຂະພາບປະຊາຄົມ ຫຼືການແບ່ງສິດໃຫ້ແກ່ທ້ອງຖິ່ນ ແລະ ທັງເລື່ອງສ້າງໂຄງປະກອບຄືນໃໝ່ ທີ່ພວມດຳເນີນໄປ ຫຼືເບິ່ງໃນຜົນງານບຸກທະລຸໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.

  ການສະໜິດຕິດພັນລະຫວ່າງພັກ ແລະ ປຊຊ, ຄວາມກົມກຽວລະຫວ່າງແນວຄວາມຄິດຂອງພັກ, ຈິດໃຈຂອງ ປຊຊ ແມ່ນກຳລັງໜູນດ້ານຈິດໃຈອັນໃຫຍ່ຫຼວງ, ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ສັງກະລາດພັດທະນາໃໝ່. ການປະຕິບັດສັດຈະທຳ “ຖື ປຊຊ ເປັນກົກເຄົ້າ” ເປັນຢ່າງດີ ຈະແມ່ນການຮັກສາອະນາຄົດຂອງຊາດໃຫ້ໝັ້ນຄົງ, ຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດສຳເລັດຜົນ./.


top