ຂ່າວສານ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.
  ທຸງ​ຊາດ ຮ່າ​ໂນ້ຍ (ພາບ: VNA)  

ວິ​ວັດ​ການ​ພັດ​ທະ​ນາ​ຂອງ ນະ​ຄອນຫຼວງ​ ຮ່າ​ໂນ້ຍ ພາຍຫຼັງ 72 ປີ​ແຫ່ງວັນ​ປົດ​ປ່ອຍ (10/10/1954-10/10/2026) ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ຊີ້​ນຳ​ນຳ​ພາ​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຕໍ່​ເນື່ອງ, ຕິດ​ແທດ​ຕົວ​ຈິງ ຂອງ​ແຕ່​ລະ​ໄລ​ຍະ​ພັດ​ທະ​ນາ. ນີ້​ກໍ່​ແມ່ນ​ຄຳ​ຮຽກ​ຮ້ອງ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເ​ລິມ ເນັ້ນ​ໜັກ​ເຖິງ ຢູ່ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ XIV ໄດ້​ດຳ​ເນີນ​ແຕ່​ວັນ​ທີ 5 – 8 ຕຸ​ລາ.

ຮ່າ​ໂນ້ຍ​ໃນ​ມື້​ນີ້​ໄດ້ ແລະ ພວມ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ຢັ້ງ​ຢືນ​ບົດ​ບາດ​ເປັນ​ສູນ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ນະ​ທະ​ນຳ ແລະ ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ. ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ກ່ອນ​ອື່ນ​ສະ​ແດງ​ໃຫ້​ເຫັນ​ທີ່​ການ​ຕິດ​ພັນ​ການວາງ​ ​​ແຜນກຳ​ນົດ ແຜນ​ນະ​ໂຍ​ບາຍ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ຄຳ​ຮຽກ​ຮ້ອງ​ປ່ຽນ​ແປງ​ໃໝ່​ແນ​ໃສ່​ແກ້​ໄຂ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ການ​ກຳ​ນົດ​ທິດ ກັບ​ການ​ປະ​ຕິ​ບັດ, ເປົ້າ​ໝາຍ​ໄດ້​ກຳ​ນົດ ແລະ ບັນ​ດາ​ເປົ້າ​ໝາຍ​ໃນ​ຊີ​ວິດ​ຕົວ​ຈິງ.


top