ວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍແມ່ນແຜນນະໂຍບາຍໃຫຍ່ໂດຍພັກ ແລະ ລັດເອົາໃຈໃສ່ເປັນພິເສດ.
ທ່ານນາງ ຟ້າມທິແທັງຈາ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍໜ້າທີ່ກ່ຽວກັບວຽກງານເດັກນ້ອຍໃນໄລຍະຈະມາເຖິງໂດຍ ທ່ານນາງ ຟ້າມທິແທັງຈ່າຮອງນາຍົກລັດຖະມົນຕີ ຫວຽດນາມ ປະທານຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍເປັນປະທານ.
ກ່າວຄຳເຫັນທີ່ກອງປະຊຸມ ທ່ານນາງ ຟ້າມທິແທັງຈ່າ ໄດ້ຢັ້ງຢືນວ່າ ວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍແມ່ນແຜນນະໂຍບາຍໃຫຍ່ໂດຍພັກ ແລະ ລັດເອົາໃຈໃສ່ເປັນພິເສດ. ມາຮອດປັດຈຸບັນ, ລະບົບລະບອບລະບຽບການນະໂຍບາຍທີ່ກ່ຽວຂ້ອງເຖິງການປົກປ້ອງ, ເບິ່ງແຍງດູແລເດັກນ້ອຍໄດ້ຮັບການສ້າງໃຫ້ສົມບູນແບບໂດຍພື້ນຖານແລ້ວ, ຫວຽດນາມ ກໍ່ໄດ້ມີບາດກ້າວຍາວໄກເມື່ອທຽບໃສ່ກັບຫຼາຍປະເທດໃນໂລກ ທີ່ກ່ຽວຂ້ອງເຖິງສິດທິເດັກນ້ອຍ, ສ້າງໂອກາດສະພາບແວດລ້ອມມີເງື່ອນໄຂດີທີ່ສຸດໃຫ້ແກ່ເດັກນ້ອຍພັດທະນາ.
ກ່ຽວກັບການກຳນົດທິດວຽກງານເດັກນ້ອຍໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງກຳນົດການປົກປ້ອງເດັກນ້ອຍແມ່ນໜ້າທີ່ບຸລິມະສິດໃນຍຸດທະສາດພັດທະນາມະນຸດ ຫວຽດນາມ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງຍົກອອກເປົ້າໝາຍ, ດັດຊະນີກ່ຽວກັບເດັກນ້ອຍເຂົ້າໃນແຜນການພັດທະນາເສດຖະກິດສັງຄົມປະຈຳປີ, ຖືນີ້ແມ່ນໜ້າທີ່ສຳຄັນແຖວໜ້າ. ສຳລັບສະພາບແວດລ້ອມທາງອິນເຕີເນັດ, ທ່ານນາງ ຟ້າມທິແທັງຈ່າ ຮຽກຮ້ອງເພີ່ມທະວີບັນດາມາດຕະການປົກປ້ອງ, ໜູນຊ່ວຍເດັກນ້ອຍ; ພ້ອມທັງປ່ຽນແປງຢ່າງແຮງຕໍ່ກັບວຽກງານສື່ມວນຊົນ, ສຶກສາທັກສະເປັນພໍ່ແມ່ໃນຍຸກສະໄໝໃໝ່, ທັກສະປົກປ້ອງຕົນເອງໃຫ້ແກ່ເດັກໃນທຸກກໍລະນີ.