ຂ່າວສານ

ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ

ບັນດາສິດທິ ແລະ ຄວາມເສລີພື້ນຖານຂອງມະນຸດໄດ້ຮັບຮູ້ໃນລັດຖະທຳມະນູນຂອງ ຫວຽດນາມ, ໄດ້ຮັບການປົກປ້ອງ ແລະ ຊຸກຍູ້ຜ່ານບັນດາເອກະສານດ້ານກົດໝາຍຢ່າງລະອຽດ ແລະ ໄດ້ຮັບການຜັນຂະຫຍາຍໃນຕົວຈິງ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 14 ສິງຫາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິຕິຍາຂອງ ຫວຽດນາມ ກ່ຽວກັບບົດລາຍງານສິດທິມະນຸດປະຈຳປີຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ໄດ້ປະກາດໃນວັນທີ 12 ສິງຫາ, ໃນນັ້ນ ມີເນື້ອໃນສ່ອງແສງສະພາບການສິດທິມະນຸດຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ, ຫວຽດນາມ ມີຄວາມເສຍດາຍຍ້ອນບົດລາຍງານສິດທິມະນຸດປະຈຳປີຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ໄດ້ປະກາດໃນວັນທີ 12 ສິງຫາ 2025 ແມ່ນຍັງບໍ່ທັນສ່ອງແສງໄດ້ບັນດາຜົນງານ ແລະ ບາດກ້າວຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດ, ພ້ອມກັນນັ້ນ, ບົດລາຍງານກໍ່ສືບຕໍ່ຍົກອອກບັນດາຂໍ້ສັງເກດທີ່ບໍ່ພາວະວິໄສ, ອີງໃສ່ແຫຼ່ງຂໍ້ມູນທີ່ບໍ່ຖືກຕ້ອງ, ບໍ່ໄດ້ຮັບການກວດກຢັ້ງຢືນກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ.

ທ່ານນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງວິວັດທະນາການແຫ່ງການປ່ຽນແປງໃໝ່ ແລະ ພາລະກິດແຫ່ງການພັດທະນາປະເທດຊາດ. ບັນດາສິດທິ ແລະ ຄວາມເສລີພື້ນຖານຂອງມະນຸດໄດ້ຮັບຮູ້ໃນລັດຖະທຳມະນູນຂອງ ຫວຽດນາມ, ໄດ້ຮັບການປົກປ້ອງ ແລະ ຊຸກຍູ້ຜ່ານບັນດາເອກະສານດ້ານກົດໝາຍຢ່າງລະອຽດ ແລະ ໄດ້ຮັບການຜັນຂະຫຍາຍໃນຕົວຈິງ.


top