ຂ່າວສານ

ປຸ​ກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ-ຊາຍ ແລະ ການ​ປ້ອງ​ກັນ, ຕ້ານ, ຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ປີ 2025

ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງພາຍໃນເປັນປະທານ, ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ຕ້ານ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2025 ດ້ວຍຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນສັງກາດດີຈີຕອນ”.
ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງພາຍໃນ

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ:

        “ໄປຄຽງຄູ່ກັບກາລະໂອກາດ ເຊິ່ງການຫັນເປັນດີຈີຕອນນຳມາໃຫ້ນັ້ນ, ພວກເຮົາກໍພວມປະເຊີນໜ້າກັບຫຼາຍຄວາມສ່ຽງ, ສິ່ງທ້າທາຍໃນຂົງເຂດຄວາມສະເໝີພາບລະຫວ່າງຍິງ - ຊາຍ. ບັນດາສິ່ງທ້າທາຍໄດ້ດຳເນີນຢ່າງແນບນຽນ ແລະ ຄວມຄຸມໄດ້ຍາກກວ່າ ສ້າງບັນດາຄວາມຂາດສະຖຽນລະພາບໃໝ່ໃນສັງຄົມ, ໃນນັ້ນ ແມ່ຍິງ ແລະ ເດັກຍິງ ແມ່ນຜູ້ປະສົບເຄາະຮ້າຍຕົ້ນຕໍ ແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່”.

        ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ສປຊ ກຽມພ້ອມຈະເປັນຄູ່ຮ່ວມມື, ເປັນຂົວຕໍ່ ແລະ ລະດົມ, ຊ່ວຍເຫຼືອ ຫວຽດນາມ ປະຕິບັດຄວາມໝັ້ນໝາຍກ່ຽວກັບອະນາຄົດດີຈີຕອນ - ອະນາຄົດທີ່ປອດໄພ, ຍຸຕິທຳ ແລະ ເພື່ອກຽດສັກສີຂອງທຸກຄົນ ໃຫ້ປະກົດຜົນເປັນຈິງ.


top