ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບວ່າ ການປັບປຸງກົດໝາຍວ່າດ້ວຍທີ່ດິນມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ແກ້ໄຂບັນດາຂໍ້ຕິດຂັດໃນສະເພາະໜ້າເທົ່ານັ້ນ ຫາກຍັງແມ່ນເຄື່ອງມືສ້າງສັນພັດທະນາ, ສ້າງພື້ນຖານດ້ານນິຕິກຳໃຫ້ເປັນປົກກະຕິ, ໂປ່ງໃສ
ຄະນະເຈົ້າພາບຢູ່ກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ພາຍໃຕ້ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ການບໍລິຫານຂອງ ທ່ານ ຫງວຽນຮົ່ງຢຽນ ຮອງປະທານສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບວ່າ ການປັບປຸງກົດໝາຍວ່າດ້ວຍທີ່ດິນມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ແກ້ໄຂບັນດາຂໍ້ຕິດຂັດໃນສະເພາະໜ້າເທົ່ານັ້ນ ຫາກຍັງແມ່ນເຄື່ອງມືສ້າງສັນພັດທະນາ, ສ້າງພື້ນຖານດ້ານນິຕິກຳໃຫ້ເປັນປົກກະຕິ, ໂປ່ງໃສ, ແກ້ໄຂບັນດາບັນຫາທີ່ແກ່ຍາວໂດຍມີລັກສະນະພື້ນຖານໃນການຄຸ້ມຄອງບໍລິຫານ, ນຳໃຊ້ທີ່ດິນ, ປຸກລຸກແຫຼ່ງກຳລັງໃຫ້ການພັດທະນາ, ພ້ອມທັງຮັບປະກັນຄວາມກົມກຽວຜົນປະໂຫຍດລະຫວ່າງ ລັດ, ປະຊາຊົນ ແລະ ວິສາຫະກິດ. ທ່ານ ເລຮຶວຈີ, ສະມາຊິກສະພາແຫ່ງຊາດແຂວງ ແຄ້ງຮວ່າ ປະກອບຄຳເຫັນວ່າ:
ຂ້າພະເຈົ້າສະເໜີຫັນປ່ຽນຢ່າງແຮງຈາກຈິນຕະນາການຄຸ້ມຄອງບໍລິຫານໄປສູ່ຈິນຕະນາການຄຸ້ມຄອງ, ສ້າງສັນພັດທະນາ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ຫັນຂໍ້ມູນທີ່ດິນເປັນດີຈີຕອນ, ເປີດເຜີຍຂໍ້ມູນ ແລະ ຍົກສູງຄວາມຮັບຜິດຊອບໃນການອະທິປາຍ. ກົດໝາຍວ່າດ້ວຍທີ່ດິນ ຕ້ອງຮັບປະກັນລະບຽບວິໄນຂອງລັດ, ທັງປຸກລຸກແຫຼ່ງກຳລັງພັດທະນາ ທັງປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງປະຊາຊົນ, ບໍ່ໃຫ້ກາຍເປັນຮົ້ວກີດຂວາງການພັດທະນາ ແລະ ຍູ້ຄ່າໃຊ້ຈ່າຍໃນການປະຕິບັດຕາມໃຫ້ປະຊາຊົນ ແລະ ວິສາຫະກິດ.