ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ປຸກລະດົມການເສັງປະດິດຄິດສ້າງສັນຍາລັກປີ APEC 2027, ປີ ຫວຽດນາມ ເປັນປະເທດເຈົ້າພາບຈັດເຫດການສຳຄັນນີ້.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະໂຄສະນາເຜີຍແຜ່ - ວັດທະນະທຳ APEC 2027 ກ່າວຄຳເຫັນທີ່ພິທີ (ພາບ: VNA)
ການເສັງດັ່ງກ່າວແມ່ນສະຫງວນໃຫ້ແກ່ບຸກຄົນທີ່ເປັນຊາວ ຫວຽດນາມ ແລະ ຄົນຕ່າງປະເທດທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຫວຽດນາມ, ໂດຍບໍ່ມີການຈຳກັດກ່ຽວກັບຈຳນວນຜົນງານເຂົ້າຮ່ວມການເສັງ.
ກ່ຽວກັບໄອເດຍ ແລະ ເນື້ອໃນ, ບັນດາຜົນງານເຂົ້າຮ່ວມການເສັງຕ້ອງສະແດງໃຫ້ເຫັນຈິດໃຈຮ່ວມມື APEC - ກົນໄກຊຸກຍູ້ຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການຮ່ວມສໍາພັນເສດຖະກິດ ແລະ ພັດທະນາຢ່າງວັດທະນາຖາວອນຢູ່ພາກພື້ນ ອາຊີ - ປາຊີຟິກ ຢ່າງເລິກເຊິ່ງ, ພ້ອມທັງສ່ອງແສງໄດ້ເຖິງພາບພົດປະເທດ ຫວຽດນາມ ຢ່າງເຕັມສ່ວນ ທີ່ຫຼາກຫຼາຍໄປດ້ວຍສີສັນວັດທະນະທຳ, ນະວັດຕະກຳ ແລະ ບືນຕົວຂຶ້ນຢ່າງແຂງແຮງ.
ສັນຍາລັກຈຳເປັນຕ້ອງມີຕົວໜັງສື “APEC VIET NAM 2027”, ບໍ່ນຳໃຊ້ທູບທຸງຊາດ, ເຄື່ອງໝາຍແຫ່ງຊາດ ຫຼື ແຜນທີ່.
ເວລາຮັບເອກະສານເຂົ້າຮ່ວມການເສັງ: ຮອດວັນທີ 25 ສິງຫາ.