ຂ່າວສານ

ປຸກລະດົມຂະບວນການ ເສັງຊອກຮູ້ ປະຫວັດສາດ ການພົວພັນ ຫວຽດນາມ-ລາວ

ໃນຕອນແລງວັນທີ 12 ເມສາ 2012, ທີ່ນະຄອນຫຼວງ ຮ່າໂນ້ຍ, ແນໃສ່ຕອບສະ ໜອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ 2012”, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962-2012) ແລະ 35 ປີແຫ່ງວັນເຊັນ ສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດ ນາມ-ລາວ (1977-2012)...
 
ໃນຕອນແລງວັນທີ 12 ເມສາ 2012, ທີ່ນະຄອນຫຼວງ ຮ່າໂນ້ຍ, ແນໃສ່ຕອບສະໜອງ“ປີສາມັກຄີມິດຕະພາບ ຫວຽດນາມ-ລາວ ແລະລາວ-ຫວຽດນາມ 2012”, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1962-2012) ແລະ 35 ປີແຫ່ງວັນເຊັນ ສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດ ນາມ-ລາວ (1977-2012), ຄະນະໂຄສະນາສຶກສາ ສູນກາງພັກ ແລະຄະນະຊີ້ນຳການປະຊາສຳພັນຕ່າງ ປະເທດ ໄດ້ປະສານສົມທົບກັບບັນດາກະຊວງ, ທະບວງກົມທີ່ກ່ຽວຂ້ອງ ຮ່ວມປຸກລະດົມຂະບວນການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ລະຫວ່າງຫວຽດນາມ-ລາວ ແລະ ລາວ-ຫວຽດນາມ” ຊຶ່ງຈະ ດຳເນີນຂຶ້ນຢູ່ສອງປະເທດ ພາຍໃຕ້ສອງຮູບການຄື: ຂໍ້ຂຽນ ແລະ ຂໍ້ໝາຍ ລາຍສັບປະດາໃນເວັບໄຊ. ບົດ ເສັງ ແນະນຳຜົນສຳເລັດ ທີ່ມີຄວາມໝາຍສຳຄັນໃນປະຫວັດສາດການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ. ຜູ້ຮ່ວມເສັງ ອາດຈະເຂົ້າສູ່ເວັບໄຊຂອງຄະນະຈັດຕັ້ງ ດັ່ງລຸ່ມນີ້:
ໜັງສືພິມເຍິນເຢິນ (www.nhandan.org.vn)
ໜັງສືພິມກອງທັບ ປະຊາຊົນ (www.qdnd.vn)
ວາລະສາຄະນະໂຄສະນາສຶກເອເລັກໂຕຣນິກ (www.tuyengiao.vn)
ແນວໂຮມແຫ່ງຊາດ ຫວຽດນາມ(www.mattran.org.vn)
ສະຖານນີໂທລະພາບແຫ່ງຊາດ
(www.vtv.vn)
ໜັງສືພິມຕຳຫຼວດປະຊາຊົນ (
www.cand.com.vn)
ໜັງສືພິມເອເລັກໂຕຣນິກພັກກອມມູນິດຫວຽດນາມ(
www.dangcongsan.vn)
ເວັບໄຂສື່ສານຂອງລັດຖະບານ(
www.chinhphu.vn)
ໜັງສືພິມຕ່ຽນຟອງ (www.tienphong.vn)
ວາລະສານເກວເຮືອງ (www. que huongonline.vn)
ໜັງສືພິມຕວຍແຈ(www.tuoitre.vn)
ໜັງສືພິມແທງນຽນ(www.thanhnien.com.vn)
ໜັງສືພິມເອເລັກໂຕຣນິກ Vietnamnet (www.vietnamnet.vn)
ໜັງສືພິມເອເລັກໂຕຣນິກ VnExpress (www.vnexpress.net)
ໜັງສືພິມເຢີນຈີ (www.dantri.com.vn)
ຄາດຄະເນ, ພິທີສະຫຼຸບຜົນ ແລະ ມອບລາງວັນ ການເສັງຂຽນ ຈະຈັດຂຶ້ນທີ່ບ້ານດົງ,
ແຂວງສະຫວັນນະເຂດແຫ່ງ ສປປ.ລາວ.
TTXVN/VNP
 

top