ຂ່າວສານ ປຸກລະດົມການແຂ່ງຂັນອອກແບບ,ຜະລິດເຄື່ອງທີ່ລະນຶກ,ຂອງຂວັນຮັບໃຊ້ APEC 2017 07/01/2017 ວັນທີ 6/1 ຄະນະກຳມະການປະຊາຊົນນະຄອນດ່າໜັງ ໄດ້ປຸກລະດົມການແຂ່ງຂັນອອກແບບ ແລະ ຜະລິດເຄື່ອງທີ່ລະນຶກທ່ອງທ່ຽວ, ຂອງຂວັນຮັບໃຊ້ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ( APEC ) 2017. ການແຂ່ງຂັນເພື່ອແນໃສ່ໂຄສະນາຮູບພາບ, ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະພິເສດຂອງດ່າໜັງເຖິງເພື່ອນມິດສາກົນ, ເປັນຕົ້ນແມ່ນຢູ່ພາກພື້ນອາຊີ-ປາຊີຟິກ. ຄະນະຈັດຕັ້ງການແຂ່ງຂັນໄດ້ສົ່ງເສີມໃຫ້ບັນດາສ່ວນບຸກຄົນເສີມຂະຫຍາຍແນວຄວາມຄິດ, ການປະດິດຄິດສ້າງໃນການອອກແບບຜະລິດຕະພັນສີລະປະຫັດຖະກຳ; ພ້ອມທັງສຸມສະຕິປັນຍາ, ຮັບເອົາຄຳເຫັນປະກອບຂອງນັກຊ່ຽວຊານໃນຂົງເຂດທີ່ກ່ຽວຂ້ອງຈຳນວນໜຶ່ງ ເພື່ອແນໃສ່ປັບປຸງບັນດາຕົວຢ່າງຜະລິດຕະພັນທີ່ເຂົ້າຮ່ວມການແຂ່ງຂັນໃຫ້ສົມບູບແບບ ເພື່ອກາຍເປັນຜະລິດຕະພັນທີ່ມີຫົວຄິດປະດິດສ້າງ, ມີຄຸນຄ່າດ້ານເສດຖະກິດ, ເຕັກນິກ, ສີລະປະສູງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບເຄື່ອງທີ່ລະນຶກ, ຂອງຂວັນ, ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງນະຄອນດ່າໜັງ ເພື່ອຮັບໃຊ້ກອງປະຊຸມ APEC 2017. ປີ 2017 ນະຄອນດ່າໜັງໄດ້ຮັບຄັດເລືອກແມ່ນທ້ອງຖິ່ນເຈົ້າພາບຈັດຕັ້ງເຫດການສຳຄັນຫຼາຍຢ່າງຂອງເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ. (ແຫຼ່ງຄັດຈາກ VOV)

ວັນທີ 6/1 ຄະນະກຳມະການປະຊາຊົນນະຄອນດ່າໜັງ ໄດ້ປຸກລະດົມການແຂ່ງຂັນອອກແບບ ແລະ ຜະລິດເຄື່ອງທີ່ລະນຶກທ່ອງທ່ຽວ, ຂອງຂວັນຮັບໃຊ້ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ( APEC ) 2017. ການແຂ່ງຂັນເພື່ອແນໃສ່ໂຄສະນາຮູບພາບ, ແນະນຳບັນດາຈຸດທີ່ເປັນເອກະລັກສະເພາະພິເສດຂອງດ່າໜັງເຖິງເພື່ອນມິດສາກົນ, ເປັນຕົ້ນແມ່ນຢູ່ພາກພື້ນອາຊີ-ປາຊີຟິກ. ຄະນະຈັດຕັ້ງການແຂ່ງຂັນໄດ້ສົ່ງເສີມໃຫ້ບັນດາສ່ວນບຸກຄົນເສີມຂະຫຍາຍແນວຄວາມຄິດ, ການປະດິດຄິດສ້າງໃນການອອກແບບຜະລິດຕະພັນສີລະປະຫັດຖະກຳ; ພ້ອມທັງສຸມສະຕິປັນຍາ, ຮັບເອົາຄຳເຫັນປະກອບຂອງນັກຊ່ຽວຊານໃນຂົງເຂດທີ່ກ່ຽວຂ້ອງຈຳນວນໜຶ່ງ ເພື່ອແນໃສ່ປັບປຸງບັນດາຕົວຢ່າງຜະລິດຕະພັນທີ່ເຂົ້າຮ່ວມການແຂ່ງຂັນໃຫ້ສົມບູບແບບ ເພື່ອກາຍເປັນຜະລິດຕະພັນທີ່ມີຫົວຄິດປະດິດສ້າງ, ມີຄຸນຄ່າດ້ານເສດຖະກິດ, ເຕັກນິກ, ສີລະປະສູງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບເຄື່ອງທີ່ລະນຶກ, ຂອງຂວັນ, ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງນະຄອນດ່າໜັງ ເພື່ອຮັບໃຊ້ກອງປະຊຸມ APEC 2017. ປີ 2017 ນະຄອນດ່າໜັງໄດ້ຮັບຄັດເລືອກແມ່ນທ້ອງຖິ່ນເຈົ້າພາບຈັດຕັ້ງເຫດການສຳຄັນຫຼາຍຢ່າງຂອງເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ. (ແຫຼ່ງຄັດຈາກ VOV)