ພິທີມອບລາງວັນປຶ້ມອ່ານແຫ່ງຊາດ ຄັ້ງທີ 3 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບ ສະມາຄົມຈັດພິມຈຳໜ່າຍຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ.

ພິທີມອບລາງວັນ (ພາບ: TTXVN)
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ປາດຖະໜາວ່າ ລາງວັນປຶ້ມອ່ານແຫ່ງຊາດ ຈະໄດ້ຮັບຄວາມສົນໃຈຈາກມະຫາຊົນເປັນຈຳນວນຫຼາຍ, ປະກອບສ່ວນຍູ້ແຮງວັດທະນະທຳການອ່ານປຶ້ມໃຫ້ຫຼາຍກວ່າອີກ, ເພື່ອໃຫ້ ປະເທດຊາດ ຫວຽດນາມ ເປັນປະເທດທີ່ມັກຮັກການຮ່ຳຮຽນຢ່າງແທ້ຈິງ.
ສະພາລາງວັນ ໄດ້ມອບລາງວັນໃຫ້ແກ່ປຶ້ມອ່ານ, ຊຸດປຶ້ມອ່ານຈຳນວນ 27 ຢ່າງ. ໃນນັ້ນ ມີລາງວັນ A 3 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 14 ລາງວັນ. ນີ້ແມ່ນບັນດາປຶ້ມທີ່ເຕັມໄປດ້ວຍລັກສະນະປະດິດຄິດສ້າງ, ມີນ້ຳໃຈວັດທະນະທຳມະນຸດຢ່າງເລິກເຊິ່ງ, ແມ່ນບັນດາກິດຈະກຳຄົ້ນຄວ້າວິທະຍາສາດທີ່ພິຖີພິຖັນ, ເຂັ້ມງວດ ແລະ ມີຄຸນຄ່າທາງດ້ານວິທະຍາສາດ, ສັງຄົມ ແລະ ພຶດສະຕິຕົວຈິງສູງ.
(ແຫຼ່ງຄັດຈາກ VOV)