ຕອນເຊົ້າວັນທີ 21 ທັນວາ, ກົມສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມສະຫຼຸບວຽກງານປີ 2023 ແລະ ຜັນຂະຫຍາຍແຜນການປະຕິບັດວຽກງານປີ 2024.
ທ່ານເຈິ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ ໃຫ້ຮູ້ວ່າ ປີ 2024, ຂະແໜງສິນໃນນ້ຳ ວາງເປົ້າໝາຍຍອດສະມັດຕະພາບສິນໃນນ້ຳບັນລຸ ປະມານ 9,22 ລ້ານໂຕນ. ວົງເງິນການສົ່ງອອກສິນໃນນ້ຳບັນລຸ 9,5 ຕື້ USD. ຕາມທ່ານ ເຈິ່ນດິ່ງລວນແລ້ວ, ເລື່ອງ ຄະນະກຳມະການເອີລົບ (EC) ສືບຕໍ່ຮັກສາບັດເຫຼືອງຕໍ່ການຂຸດຄົ້ນຜະລິດຕະພັນ ສິນໃນນ້ຳ; ຄວາມຕ້ອງການໃນການນຳເຂົ້າສຳລັບບັນດາຕະຫຼາດຍັງບໍ່ມີສັນຍານຟື້ນຟູ ແມ່ນຄວາມຄວາມຫຍຸ້ງຍາກ ເຊິ່ງຂະແໜງສືບຕໍ່ປະເຊີນໜ້າ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງທົ່ວຂະແໜງ. ທ່ານໃຫ້ຮູ້ວ່າ:
ຕ້ອງສືບຕໍ່ຈັດຕັ້ງການຜະລິດເຊື່ອມຕໍ່ຕາມລະບົບ. ໃນຂົງເຂດຂຸດຄົ້ນ ຕ້ອງຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ຂຸດຄົ້ນຕ້ອງເໝາະສົມກັບແຫຼ່ງຜົນປະໂຫຍດ ແລະ ຮັບປະກັນສຸຂະອານາໄມດ້ານສະບຽງອາຫານຢູ່ ກຳປັ່ນຫາປາ, ທ່າກຳປັ່ນ ຕະຫຼອດຮອດ ໂຮງງານ. ນອກຈາກຄວາມຮຽກຮ້ອງຕ້ອງການກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ເພີ່ມຄວາມເປັນມິດກັບສິ່ງແວດລ້ອມ, ເອົາໃຈໃສ່ເຖິງການລ້ຽງ ກໍ່ແມ່ນບັນຫາທີ່ໄດ້ວາງອອກສຳລັບຂະແໜງປູກລ້ຽງສິນໃນນ້ຳ ໃນໄລຍະຈະມາເຖິງ.