ອາຫານການກິນ

ປີ້ງ ປາກົດ ຫໍ່ດ້ວຍໃບຕອງ

ດ້ຽນບຽນ, ດິນແດນທາງທິດ ຕາເວັນຕົກສ່ຽງເໜືອ ທີ່ກວ້າງໃຫຍ່, ບໍ່ພຽງແຕ່ ມີຊື່ສຽງໂດ່ງດັງ ທາງດ້ານປະຫວັດສາດເທົ່ານັ້ນ, ຫາກຍັງ ດຶງດູດ ນັກທ່ອງທ່ຽວ ດ້ວຍວັດທະນະທຳ ອາຫານການກິນ ທີ່ເປັນເອກະລັກ, ພິເສດແມ່ນລາຍການອາຫານ ປິ້ງປາກົດ ຫໍ່ດ້ວຍໃບ ຕອງ ຂອງ ຊາວເຜົ່າ ໄທ. ອາຫານເຍື່ອງນີ້ ບໍ່ພຽງແຕ່ມີຄວາມແຊບ ນົວ ເທົ່ານັ້ນ, ແຕ່ຍັງເຂັ້ມຂຸ້ນໄປດ້ວຍ ສີສັນວັດທະນະທຳ ແຫ່ງຊາດ ຂອງ ປະຊາຊົນ ຢູ່ທີ່ນີ້.

ປາກົດ ເປັນປາ ຢູ່ຕາມແມ່ນໍ້າລໍາເຊ ທີ່ມີຄ່າຫາຍາກ, ຖືກຄັດເລືອກ ຢ່າງພິຖີພິຖັນ. ຫຼັງຈາກຜ່ານການປຸງແຕ່ງຂັ້ນຕົ້ນແລ້ວ ກໍຖືຕັດ ເປັນ ຕ່ອນໆ ພໍດີກິນ ແລະ ເອືອບກັບເຄື່ອງເທດທົ່ວໄປເຊັ່ນ: ໝາກແຄນ, ໝາກເຜັດ, ກະທຽມ, ຂີງ, ຫົວສີໄຄ... ເພື່ອສ້າງລົດຊາດທີ່ຫອມແຊບ ພິເສດສະເພາະ. ປາເອືອບແລ້ວຈະໄດ້ຫໍ່ໃນໃບກ້ວຍ ຫຼື ໃບຕອງຈິງ ແລ້ວນຳໄປປີ້ງ ເທິງເຕົາຖ່ານ.

ປີ້ງປາກົດ ຫໍ່ດ້ວຍໃບຕອງ ໄດ້ກາຍເປັນສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນຊີວິດ ອາຫານການກິນ ຂອງ ຊາວເຜົົ່າ ໄທ.

ການຫໍ່ດ້ວຍໃບຕອງ ບໍ່ພຽງແຕ່ຊ່ວຍໃຫ້ປາສົດເທົ່ານັ້ນ, ແຕ່ຍັງເປັນສັນຍາລັກ ຂອງ ການເຕົ້າໂຮມກັນ ແລະ ຄວາມສາມັກຄີ ໃນຄອບ ຄົວ. ອາຫານນີ້ຍັງມີຄວາມໝາຍ ກ່ຽວກັບຊີວິດ ການເຮັດວຽກ ຂອງ ປະຊາຊົນ, ສະແດງໃຫ້ເຫັນ ຄວາມຄ່ອງແຄ່ວ ແລະ ຄວາມຄິດສ້າງ ສັນ ໃນການປຸງແຕ່ງອາຫານ ຈາກສ່ວນປະກອບ ທີ່ມີຢູ່ໃນທໍາມະຊາດ.


ເມື່ອຮັບປະທານ, ທ່ານ ຈະຮູ້ສຶກເຖິງ ຄວາມຫວານທຳມະຊາດ ຂອງ ຊີ້ນປາ ເຈືອປົນເຂົ້າກັບລົດຊາດເຜັດໆ ຂອງເຄື່ອງເທດ, ພ້ອມ ກັບກິ່ນຫອມ ທີ່ເປັນເອກະລັກຂອງໃບຕອງ ທ່ີຫໍ່. ອາຫານເຍື່ອງນີ້ ຍິ່ງດຶງດູດໃຈນັກຊີມ ເມື່ອໄດ້ຈ້ຳກັບ “ເຈີ໊ມແຈວ”, ເປັນປະເພດ ນ້ຳແຈ່ວ ພິເສດຂອງຊາວເຜົ່າ ໄທ, ເຮັດໃຫ້ ເພີ່ມລົດຊາດທີ່ເຂັ້ມຂຸ້ນໃຫ້ແກ່ອາຫານ.


 ປີ້ງ​ປາກົດ ​ຫໍ່​ດ້ວຍໃບຕອງ ​ມັກ​ ຈະ​ໄດ້​ຮັບ​ການ​ປຸງແຕ່ງ​ໃນ​ໂອກາດ​ງານບຸນຕ່າງໆ ຫຼື ​ໃນງານລ້ຽງ​ແຂກ​ຜູ້​ມີ​ກຽດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ ​ແລະ ຄວາມຮັກແຂກແພງຄົນ ​ຂອງ ​ປະຊາຊົນ​ ຢູ່​ແຫ່ງນີ້.

ປີ້ງ​ປາ​ກົດ ຫໍ່​ດ້ວຍໃບ​ຕອງ ເປັນ​ອາຫານ​ທີ່ພິເສດ​ຂອງ​ຊາວເຜົ່າ ໄທ.

ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


top