  
					ດອກຄາຍ ເຍີດເຕິນ ເປັນດອກໄມ້ ທີ່ຂາດບໍ່ໄດ້ ໃນໂອກາດ ປີໃໝ່ປະຈຳຊາດຢູ່ນະຄອນຫຼວງຮ່າໂນ້ຍ. ພາບ: ຫງວຽນຖັ໋ງ 
					 
					  
					ຕະຫຼາດດອກໄມ້ຮ່າງເລືອກ(ຮ່າໂນ້ຍ), ບ່ອນວາງຂາຍຕົ້ນໄມ້, ດອກໄມ້ປະດັບຫຼາຍຊະນິດ ຮັບໃຊ້ຊາວນະຄອນຫຼວງ 
					ໃນໂອກາດວັນຕຸດ. ພາບ: ເອກະສານ VNP 
					 
					  
					ທ່ານ ເລດຶກຢ໋າບ, ຊາວກະສິກອນ ຢູ່ເມືອງແທງອວາຍ (ຮ່າ ໂນ້ຍ) ໄດ້ປະສົບຜົນສຳເລັດໃນການຕໍ່ຕົ້ນໜາກໄມ້ຫ້າ ຊະນິດ ເຂົ້າໃສ່ກັນເຊັ່ນ: 
					ໝາກພຸກ, ໝາກກ້ຽງ, ໝາກກ້ຽງນ້ອຍ, ໝາກແປ້ນ, ໝາກ “ເຟີດຖູ” (Buddha’s hands) ເພື່ອ ຕອບສະໜອງ 
					ຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າໃນ ໂອ ກາດປີໃໝ່ປະຈຳຊາດ. ພາບ: ຫວຽດເກື່ອງ 
					 
					  
					ໝູ່ບ້ານປູກດອກໄມ້ ເຕິນກີວດົງ ຢູ່ແຂວງ ດົ່ງທາບ ເປັນສູນ ປູກ ດອກໄມ້ໃຫຍ່ທີສຸດຢູ່ພາກໃຕ້. ເມື່ອເຖິງທ້າຍປີ, 
					ໝູ່ບ້ານ ປູກ ດອກໄມ້ ເຕັມໄປດ້ວຍສີສັນ ຂອງດອກໄມ້ ຫຼາຍຊະນິດ. ພາບ: ຫງວຽນຖັ໋ງ 
					 
					  
					ດອກເໝີຍ, ໝາກໂມ, ໝາກກ້ຽງນ້ອຍ… ເປັນປະເພດ ຕົ້ນ ໄມ້, ໝາກໄມ້ທີ່ຄົນຫວຽດນິຍົມນຳໃຊ້ໃນຊຸມມື້ຕຸດ. ພາບ: ຫງວຽນລວນ 
					 
					  
					ບັນດານັກສິລະປິນ ພາກໃຕ້ ປະດັບປະດາ ບັນດາປະເພດ ໝາກໄມ້ເປັນຮູບມັງກອນເພື່ອຕ້ອນຮັບປີໃໝ່ປະຈຳຊາດ. ພາບ: ມິງກວກ |