ຂ່າວສານ

ປິດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ພາຍຫຼັງ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 12 ວັນ, ຕອນ​ເຊົ້າ​ວັນ​ທີ 24 ເມ​ສາ, ຢູ່ຫໍ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ໄດ້​ປິດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ. ເຂົ້າ​ຮ່ວມ​ພິ​ທີ​ປິດ ມີ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ພິ​ທີ​ປິດ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ຜ່ານ​ຄື້ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ຊ່ອງ​ໂທ

ບັນ​ຍາ​ກາດ​ຂອງ​ພິ​ທີ​ປິດ

ໃນ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ບູ​ລະ​ນະ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ, ເລືອກ​ຕັ້ງ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ຂັ້ນ​ສູງ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ; ຫັນຫຼາຍ​ແຜ​ນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ກົດ​ໝາຍ​ເປັນ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ທັນ​ການ​ເພື່ອ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂ​ອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ; ພ້ອມ​ທັງ​ຕັດ​ສິນກຳ​ນົດຫຼາຍ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ; ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ.

ເມື່ອ​ກ່າວ​ຄຳ​ເຫັນ​​ປິດກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ:

“ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ 39 ບຸກ​ຄະ​ນ​ລາ​ກອນ​ຂັ້ນ​ສູງ​ຂອງ​ກົງ​ຈັກ​ລັດ. ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ປະ​ທານ​ປະ​ເທດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ສູງ​ທີ່​ສຸດ. ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮ​ອງ​ເອົາ​ກົດ​ໝາຍ 9 ສະ​ບັບ ແລະ ມະ​ຕິ 31 ສະ​ບັບ​. ບັນ​ດາ​ນະ​ໂຍ​ບາຍ​ທີ່​ປະ​ກາດ​ໃຊ້​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ທ​ັງເຂັ້ມ​ຂຸ້ນ​ໄປ​ດ້ວຍ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່ ແລະ ຈິດ​ໃຈ​ກະ​ທຳ​ຢ່າງ​ຂ້ຽວ​​ຂາດ ​ເພື່ອ​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ ທັງ​ຮັບ​ປະ​ກັນ​ລັກ​ສະ​ນະ​ພື້ນ​ຖານ, ຍາວ​ນານ, ຕອບ​ສະ​ໜອງ​ໄດ້​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ຢ່າງ​ທັນ​ການ; ຊຸກ​ຍູ້​ການ​ແບ່ງ​ຂັ້ນ, ແບ່ງ​ສິດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ລະ​ອຽດ. ພ້ອມ​ດຽວ​ກັນ​ນັ້ນ, ​ກໍ່​ເລີ່ມ​ລຸ​ລ່ວງ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ.”

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ນະ​ຄອນ ດົ່ງ​ນາຍ ຂຶ້ນ​ກັບ​ສູນ​ກາງ ນັບ​ແຕ່​ວັນ​ທີ 30 ເມ​ສາ 2026 ເປັນ​ຕົ້ນ​ໄປ; ຕົກ​ລົງ​​ເອົ​າເປົ້າ​ໝາຍ​ການ​ເຕີບ​ໂຕ​ໄລ​ຍະ 2026 – 2030 ບັນ​ລຸແຕ່ 10% ຂຶ້ນໄປ, ສະ​ເລ່ຍ GDP ຕໍ່​ຫົວ​ຄົນ​ບັນ​ລຸ 8.500 USD.


top