ຂ່າວສານ

ປິດງານບຸນວັດທະນະທຳໂລກ ຢູ່ ຮ່າໂນ້ຍ 2026

ຕອນຄ່ຳ​ວັນ​ທີ 4 ຕຸ​ລາ​, ຢູ່​ພະ​ລາດ​ຊະ​ວັງ ​ທັງ​ລອງ (ຮ່າ​ໂນ້ຍ​), ງານ​ບຸນ​ວັດ​ທະ​ນະ​ທຳໂລກ ຢູ່ ຮ່າ​ໂນ້ຍ ຄັ້ງ​ທີ 2 ປີ 2026 ໄດ້ປິດ​ລົງ​ຢ່າງ​ເປັນ​ທາງ​ການ ພາຍ​ຫຼັງທີ່​ຈັດຂຶ້ນ​ຢ່າງ​ຟົດ​ຟື້ນ​ມາ​ເປັນ​ເວລາ 4 ວັນ (ແຕ່​ວັນ​ທີ 1 – 4 ຕຸ​ລາ 2026), ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​, ຄວາມເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ເຊື່ອມ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ​.

​

  ທ່ານ​ນາງ ເລີມ​ທິ​ເຟືອງ​ແທັງ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວ ກ່າວຄຳເຫັນທີ່ພິທີປິດ (ພາບ:VNA)  

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ​, ທ່ານ​ນາງ ເລີມ​ທິ​ເຟືອງ​ແທັງ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດນາມ ຢັ້ງ​ຢືນ​ວ່າ​:

“​ສຳ​ລັບ ຫວຽດ​ນາມ ແລ້ວ​, ວັດ​ທະ​ນະ​ທຳ ທັງ​ເປັນ​ພື້ນ​ຖານ​ທາງ​ຈິດ​ໃຈ​ຂອງ​ສັງ​ຄົມ​, ທັງ​ແມ່ນ​ເປົ້າ​ໝາຍ​, ກຳ​ລັງ​ໜູນ ແລະ ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​. ການອະ​ນຸ​ລັກຮັກ​ສາ​ມໍ​ລະ​ດົກ​ບໍ່​ພຽງ​ແຕ່​ແມ່ນ​ເປັນການຮັກ​ສາ​ບັນ​ດາ​ສິ່ງ​ໃນ​ອະ​ດິດຕະ​ການ​ເທົ່າ​ນັ້ນ​, ຫາກ​ຍັງ​ ຕ້ອງ​ເຮັດ​ແນວ​ໃດ​ເພື່ອໃຫ້​ມໍ​ລະ​ດົກ​ສືບ​ຕໍ່​ຄົງ​ຕົວ​ໃນ​ຊີ​ວິດປະ​ຈຸ​ບັນ​, ສືບ​ຕໍ່​​ປະ​ດິດ​ຄິດສ້າງ​, ສ້າງ​ບັນ​ດາ​ຄຸນ​ຄ່າ​ໃໝ່ ແລະ ໄດ້​ຖ່າຍ​ທອດ​ໃຫ້​ລຸ້ນ​ຄົນ​ຕໍ່​ໄປ​”.

​ຈຸດ​ພົ້ນ​ເດັ່ນ​ຂອງ​ພິ​ທີ​ປິດ​ແມ່ນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດ້ວຍ ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ສາ​ກົນ ແລະ ບັນ​ດາ​ນັກ​ສິ​ລະ​ປິນ ຫວຽດ​ນາມ​, ແນະ​ນຳ​ບັນ​ດາ​ສີ​ສັນ​ວັດ​ທະ​ນະ​ທຳ​ຈາກ​ຫຼາຍ​ປະ​ເທດ​, ພ້ອມ​ທັງ​ສົ່ງ​ພາບ​ພົດ ຫວຽດ​ນາມ ທີ່​ມີ​ສີ​ສັນ​ຫຼາກ​ຫຼາຍ​, ຂະ​ຫຍັນ​ຂັນ​ເຄື່ອນ​, ມີຫົວ​ຄິດ​ປະ​ດິດ​ສ້າງ​, ເປີດອົກເປີດໃຈ ແລະ ເຊື່ອມ​ຕໍ່ໄປເຖິງ​ເພື່ອນ​ມິດ​ສາ​ກົນ​.

​ຜົນ​ສຳ​ເລັດ​ຂອງ​ງານ​ບຸນ​ຍິ່ງ​ມີ​ຄວາມ​ໝາຍ​ໃນ​ປີ ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງການເຂົ້າ​ເປັນ​ສະ​ມາ​ຊິກ UNESCO, ຢັ້ງ​ຢືນ​ບົດ​ບາດທີ່​ນັບ​ມື້​ນັບ​ເປັນ​ເຈົ້າ​ການ​, ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ສາ​ກົນ​. ຈາກ​ຜົນ​ສຳ​ເລັດ​ຂອງ​ການ​ຈັດ​ຕັ້ງ 2 ຄັ້ງ​, ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ສ້າງ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ ຢູ່ ຮ່າ​ໂນ້ຍ ກາຍ​ເປັນ​ເຫດ​ການ​ປະ​ຈຳ​ປີ​, ນຳ ຮ່າ​ໂນ້ຍ ກາຍ​ເປັນ​ຈຸດ​ນັດ​ພົບ​, ພົວ​ພັນ​ແລກ​ປ່ຽນຂອງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​, ປະ​ກອບ​ສ່ວນ​ແຜ່​ກະຈາຍສານແຫ່ງຄວາມເຄົາ​ລົບ​ຄວາມ​ແຕກໂຕນກັນ​, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​, ມິດ​ຕະ​ພາບ​, ການ​ຮ່ວມ​ມື ເພື່ອ​ສັນ​ຕິ​ິ​ພາບ ແລະ ການ​ພັດ​ທະ​ນາ​.


top