ປັດຈຸບັນສາມາດຄວບຄຸມສະຖານະການໄດ້ແລ້ວ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກນຳໃຊ້ເພື່ອເປັນເຄື່ອງກຳບັງໄດ້ຮັບການກູ້ຊ່ວຍ, ຍົກຈຳນວນຜູ້ໂດຍສານທີ່ໄດ້ຮັບການກູ້ຊ່ວຍລວມທັງໝົດ 190 ຄົນ.
ຜູ້ປະສົບເຄາະນ້າຍໃນເຫດບຸກໂຈມຕີລົດໄຟໄດ້ຮັບການປິ່ນປົວຢູ່ Quetta, ແຂວງ Balochistan, ປາກິດສະຖານ (ພາບ: THX/TTXVN)
ວັນທີ 12 ມີນາ, ກຳລັງປ້ອງກັນຄວາມສະຫງົບ ປາກິດສະຖານ ໃຫ້ຮູ້ວ່າ ສາມາດຄວບຄຸມໄດ້ທຸກເປົ້າໝາຍກໍ່ການຮ້າຍທີ່ມີໜ້າໃນສະຖານທີ່ເກີດເຫດບຸກໂຈມຕີລົດໄຟຢູ່ແຂວງ Balochistan, ທາງທິດຕາເວັນຕົກສ່ຽງໃຕ້ປະເທດນີ້. ປັດຈຸບັນສາມາດຄວບຄຸມສະຖານະການໄດ້ແລ້ວ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກນຳໃຊ້ເພື່ອເປັນເຄື່ອງກຳບັງໄດ້ຮັບການກູ້ຊ່ວຍ, ຍົກຈຳນວນຜູ້ໂດຍສານທີ່ໄດ້ຮັບການກູ້ຊ່ວຍລວມທັງໝົດ 190 ຄົນ.
ກ່ອນໜ້ານັ້ນ, ບັນດາເປົ້າໝາຍກໍ່ການຮ້າຍນຸ່ງເສື້ອບັນຈຸລະເບີດ ແລະ ນັ່ງພ້ອມກັບບັນດາຕົວປະກັນເຮັດໃຫ້ການກູ້ຊ່ວຍບັນດາຕົວປະກັນຕ້ອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປັດຈຸບັນ, ອຳນາດການປົກຄອງພວມມານະພະຍາຍາມຢັ້ງຢືນຈຳນວນຜູ້ໂດຍສານທີ່ຖືກປະສົບເຄາະຮ້າຍຂອງບັນດາເປົ້າໝາຍກໍ່ການຮ້າຍທີ່ຈະກ່ອນດຳເນີນບັ້ນກູ້ຊ່ວຍ. ເມື່ອເກີດເຫດບຸກໂຈມຕີມີຜູ້ໂດຍສານທັງໝົດ 425 ຄົນ ໃນຕູ້ລົດໄຟ.