ອາຫານການກິນ

ປາປີ້ງ ເກືອລໍ່ - ລົດຊາດ ແຫ່ງທ້ອງທະເລ

ຈາກປາ ສົດໆ ທີ່ຫາກໍຈັບໄດ້ຈາກທະເລ ສູ່ເຕົາຖ່ານໄຟແດງຮຸ່ງ ໃນທຸກໆ ເຊົ້າຕູ່, ປາປີ້ງ ເກືອລໍ່ ມີລົດຊາດເຄັມໆ ຂອງທະເລ ເງ້ອານ ແລະ ເລື່ອງລາວ ການທຳມາຫາກິນ ຂອງຊາວປະມົງ ພາກກາງ. ເຄື່ອງປຸງແຕ່ງ ທີ່ລຽບງ່າຍ, ວິທີການປຸງແຕ່ງ ຈະບໍ່ສັບຊ້ອນເກີນໄປ, ອາຫານເຍື່ອງນີ້ ໄດ້ພິຊິດ ນັກຊິມທັງຫຼາຍ ດ້ວຍຄວາມສົດ ຕາມທຳມະຊາດ ແລະ ກິ່ນຫອມເປັນເອກະລັກ ຂອງ ຖ່ານໄມ້.

ຈາກປາ ສົດໆ ທີ່ຫາກໍຈັບໄດ້ຈາກທະເລ ສູ່ເຕົາຖ່ານໄຟແດງຮຸ່ງ ໃນທຸກໆ ເຊົ້າຕູ່, ປາປີ້ງ ເກືອລໍ່ ມີລົດຊາດເຄັມໆ ຂອງທະເລ ເງ້ອານ ແລະ ເລື່ອງລາວ ການທຳມາຫາກິນ ຂອງຊາວປະມົງ ພາກກາງ. ເຄື່ອງປຸງແຕ່ງ ທີ່ລຽບງ່າຍ, ວິທີການປຸງແຕ່ງ ຈະບໍ່ສັບຊ້ອນເກີນໄປ, ອາຫານເຍື່ອງນີ້ ໄດ້ພິຊິດ ນັກຊິມທັງຫຼາຍ ດ້ວຍຄວາມສົດ ຕາມທຳມະຊາດ ແລະ ກິ່ນຫອມເປັນເອກະລັກ ຂອງ ຖ່ານໄມ້.

ທ່າກຳປັ່ນ ງີຖຸ່ຍ (ຕາແສງ ເກືອລໍ່, ແຂວງ ເງ້ອານ) ແມ່ນບ່ອນສະໜອງວັດຖຸດິບ ໃຫ້ໝູ່ບ້ານອາຊີບປຸງແຕ່ງຜະລິດຕະພັນທະເລ. ພາບ: ເຕິດເຊີນ/VNP
ນັກທ່ອງທ່ຽວຢ້ຽມຊົມ, ຊື້ເຄື່ອງທະເລ ຢູ່ໝູ່ບ້ານການປະມົງ ງີຖຸ່ຍ ຢູ່ ເກືອລໍ່. ພາບ: ເຕິດເຊີນ/VNP

ບໍ່ພຽງແຕ່ດຶງດູດຄວາມຮູ້ສຶກ ຍ້ອນບັນດາຫາດຊາຍຂາວເທົ່ານັ້ນ, ເຂດທະເລ ເກືອລໍ່ (ແຂວງ ເງ້ອານ) ຍັງເປັນທີ່ຮູ້ຈັກ ດ້ວຍເຍື່ອງອາ ຫານ ປາປີ້ງ ແບບງ່າຍໆ ທີ່ເຂັ້ມຂຸ້ນໄປດ້ວຍຮ່ອງຮອຍ ຂອງຊີວິດການເປັນຢູ່ ຂອງຊາວປະມົງ ພາກກາງ.  

ເມື່ອເຕັກໂນໂລຊີ ການເກັບຮັກສາ ບໍ່ທັນຂະຫຍາຍຕົວ, ປະຊາຊົນ ທ້ອງຖິ່ນ ໄດ້ຄິດອອກວິທີປີ້ງປາ ດ້ວຍຖ່ານໄມ້ ເພື່ອຮັກສາໄວ້ໄດ້ດົນ, ແຕ່ຍັງຮັກສາລົດຊາດ ແບບທຳມະຊາດ ໄວ້ໄດ້ຢ່າງຄົບຖ້ວນ. ຕາມວັນເວລາ, ວິທີການປຸງແຕ່ງດັ່ງກ່າວ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການ ຂອງການດຳລົງຊີວິດເທົ່ານັ້ນ, ແຕ່ຍັງກາຍເປັນ ຈຸດວັດທະນະທຳອາຫານການກິນ ທີ່ເປັນເອກະລັກ ຂອງ ເຂດທະເລ ເກືອລໍ່.                 

ຂັ້ນຕອນການລ້າງປາ ໃຫ້ສະອາດ ກ່ອນນຳໄປປຸງແຕ່ງ. ພາບ: ເຕິດເຊີນ/VNP
ສະຖານທີ່ປີ້ງປາ ດຶງດູດນັກທ່ອງທ່ຽວ ມາຢ້ຽມຊົມ ແລະ ຊື້ເປັນຈຳ ນວນຫຼວງຫຼາຍ. ພາບ: ເຕິດເຊີນ/VNP
 

ເພື່ອໃຫ້ໄດ້ປາປີ້ງ ທີ່ຫອມແຊບ, ຄົນເຮັດ ຕ້ອງມີຄວາມພິຖີພິຖັນ ຕັ້ງ ແຕ່ຂັ້ນຕອນການເລືອກປາ ໄປຈົນເຖິງເຕັກນິກການຮັກສາໄຟ. ປາຕ້ອງຫາໄດ້ ພາຍໃນວັນ, ຕາ ຍັງໃສ ແລະ ເນື້ອແໜ້ນ. ຕາມແຕ່ລະລະດູ, ປະຊາຊົນ ໃຊ້ປາ ຫຼາຍຊະນິດ ເຊັ່ນ: ປາ ຫຼັງຂຽວ, ປາ ທູ, ປາ ຄໍ່ທະເລ, ປາທູນາ... ໃນນັ້ນ ປາທູ ໄດ້ຮັບຄວາມນິຍົມທີ່ສຸດ.

ຂັ້ນຕອນການປີ້ງປາທູ ຢູ່ເທິງເຕົາຖ່ານ. ພາບ: ເຕິດເຊີນ/VNP

ຈຸດພິເສດ ຂອງປາປີ້ງ ເກືອລໍ່ ເກືອບວ່າ ບໍ່ໄດ້ໃຊ້ເຄື່ອງປຸງ ຫຼື ໃຊ້ສານກັນບູດ. ປາ ພຽງແຕ່ໄດ້ຮັບການລ້າງ ຜ່ານນ້ຳເກືອຈາງໆ ເພື່ອດັບກິ່ນຄາວ ແລະ ຮັກສາລົດຊາດ ທ່ີເຂັ້ມຂຸ້ນ ຕາມທຳມະຊາດ ຂອງ ທະເລ.  

ຖ່ານ ທີ່ໃຊ້ເພື່ອປີ້ງ ຕ້ອງແມ່ນຖ່ານໄມ້ ລຸກດີ, ບໍ່ມີຄວັນ. ຊ່າງປີ້ງ ຕ້ອງພິກປາ ຢູ່ເທິງເຕົາຖ່ານຮ້ອນ ຢ່າງລຽນຕິດ ຈົນເຖິງເວລາ ປາສຸກ ປະ ມານ 80%. ຍ້ອນແນວນັ້ນ, ຊັ້ນໜັງ ຢູ່ທາງນອກ ກາຍເປັນສີເຫຼືອງອ່ອນ ແລະ ສົ່ງກິ່ນຫອມ ຂອງຖ່ານໄມ້, ໃນຂະນະທີ່ ສ່ວນເນື້ອ ຢູ່ຂ້າງໃນ ຍັງຮັກສາໄດ້ຄວາມຫວານ, ອ່ອນ ແລະ ມັນ.

ຂັ້ນຕອນການປີ້ງປາທູ ຢູ່ເທິງເຕົາຖ່ານ. ພາບ: ເຕິດເຊີນ/VNP
ເຍື່ອງອາຫານ ປາປີ້ງ ທີ່ມີຊື່ສຽງ ເກືອລໍ່. ພາບ: ເຕິດເຊີນ/VNP

ເຕັກນິກການປີ້ງ ເບື້ອງຕົ້ນນີ້ ຊ່ວຍໃຫ້ປາ ຮັກສາໄດ້ງ່າຍ ແລະ ສະ ດວກ ໃນການສົ່ງໄປໄກ. ປາຫຼາຍປະເພດ ເຊັ່ນ: ປາ ຫຼັງຂຽວ ຫຼື ປາທູ ມັກຮັບປະທານເວລາຍັງຮ້ອນໆ, ພັນກັບ ແບັ໋ງກວັນ (ເຮັດຈາກແປ້ງເຂົ້າຈ້າວ) ທ່ີຍັງຮ້ອນໆ ຫຼື ແຜ່ນເຂົ້າຂຽບ, ຈໍ້າກັບຊອດໝາກເຜັດ, ກະ ທຽມ. ປາປີ້ງ ສາມາດປຸງແຕ່ງ ເປັນເຍື່ອງອາຫານຕ່າງໆ ທີ່ຄຸ້ນເຄີຍ ໃນພາເຂົ້າ ຂອງຄອບຄົວ ຄື: ທອດກອບ ຈໍ້ານ້ຳປາ ຜັກຊີ, ຕົ້ມເຄັມ, ຕົ້ມເຄັມກັບພິກໄທຂຽວ ຫຼື ຕົ້ມເຄັມກັບ ຂ່າ ຫົວສິງໄຄ.

ບົດ ແລະ ພາບ: ເຈິ່ນແທັງຢາງ/VNP


top