ຂ່າວສານ

ປັບ​ປຸງ​ຂອດກົດ​ໝາຍຕະຫຼາດ​ກາກບອນ​ປ່າ ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ

ການ​ປະ​ກາດ​ໃຊ້​ມະ​ຕິ​ກຳ​ນົດ​ກ່ຽວ​ກັບ​ການ​ບໍ​ລິ​ການດູດ​ຊຶມ​ແລະ​ຮັກ​ສາ ກາກ​ບ່ອນ​ຂອງ​ປ່າ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ແລະ ຮີບ​ດ່ວນ​ເພື່ອ​ສ້າງ​ຂອບ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເປັນ​ປະ​ທານກອງ​ປະ​ຊຸມ (ພາບ: VGP)  

ວັນ​ທີ 4 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງ​ມະ​ຕິ​ກຳ​ນົດ​ກ່ຽວ​ກັບ​ການ​ບໍ​ລິ​ການດູດ​ຊຶມ ແລະຮັກ​ສາ​ກາກບອນ​ຂອງປ່າ ແລະ ສັນ​ຍາ​ຊື້​ຂາຍຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ກັບ​ອົງ​ການ​ເພີ່ມ​ທະ​ວີ​ດ້ານການ​ເງິນ​​ໃຫ້​ແກ່​ປ່າ​ໄມ້. ທີ່ກອງ​ປະ​ຊຸມ, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ເນັ້ນ​ໜັກ​ວ່າ ການ​ປະ​ກາດ​ໃຊ້​ມະ​ຕິ​ກຳ​ນົດ​ກ່ຽວ​ກັບ​ການ​ບໍ​ລິ​ການດູດ​ຊຶມ​ແລະ​ຮັກ​ສາ ກາກ​ບ່ອນ​ຂອງ​ປ່າ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ແລະ ຮີບ​ດ່ວນ​ເພື່ອ​ສ້າງ​ຂອບ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ, ເປັນ​ເອ​ກະ​ພາບ​​ເພື່ອໃຫ້​​ບັນ​ດາ​ທ້ອງ​ຖິ່ນ, ເຈົ້າ​ຂອງ​ປ່າ​ຜັນ​ຂະ​ຫຍາຍ​ການ​ບໍ​ລິ​ການ​​ດູດ​ຊຶມ ແລະ​ຮັກ​ສາ​ກາກ​ບ່ອນ​ປ່າ.

​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຂໍ້​ສະ​ເໜີ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ກ່ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ແບ່ງ​ຂັ້ນ​ໃຫ້​​ບັນ​ດາ​ທ້ອງ​ຖິ່ນ, ມອບ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ສະ​ພາບ​ແວດ​ລ້ອມ ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຊື້​ຂາຍ​ຫຼຸດ​ຜ່ອນການ​ປ່ອຍ​ອາຍ​ພິດ​ກັບ​ອົງ​ການ​ເພີ່ມ​ທະ​ວີ​ດ້ານ​ການ​ເງິນ​​ໃຫ້ປ່າ​ໄມ້​ໃນ​ເດືອນ​ມິ​ຖຸ​ນາ​ຈະ​ມາ​ເຖິງ.


top