ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ກຸຍບາ ໃຫ້ຫຼາຍກວ່າອີກ.
(ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ)
ຕອນບ່າຍວັນທີ 20 ພຶດສະພາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ກຸຍບາ ປະຈຳ ຫວຽດນາມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ຍົກສູງປະສິດທິຜົນການພົວພັນຮ່ວມມືມິດຕະພາບແບບພິເສດ, ໃຫ້ສົມກັບກຳລັງຄວາມສາມາດບົ່ມຊ້ອນ, ລະດັບການພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ກຸຍບາ ໃຫ້ຫຼາຍກວ່າອີກ. ທ່ານສະເໜີໃຫ້ 2 ຝ່າຍຈົ່ງສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ການຮ່ວມມືແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດບັນດາການເຄື່ອນໄຫວໃຫຍ່ຈຳນວນໜຶ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນເກີດການນຳ Fidel Castro, ຜູ້ເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ (13 ສິງຫາ 1926 – 13 ສິງຫາ 2026); ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ…
ສ່ວນທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ສົມທົບກັນແບ່ງປັນບົດຮຽນ, ພິເສດແມ່ນບັນດາບົດຮຽນໃນວິວັດການ 40 ປີແຫ່ງການຜັນຂະຫຍາຍນະໂຍບາຍປ່ຽນແປງໃໝ່ຂອງ ຫວຽດນາມ; ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການພົວພັນຮ່ວມມືອັນແທ້ຈິງໃນທຸກຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ ເລິກເຊິ່ງຂຶ້ນອີກ, ໂດຍສະເພາະແມ່ນດ້ານກະສິກຳ ແລະ ເຕັກໂນໂລຊີຊີວະພາບ.